ໄຂກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12
05/03/2013 07:35
ໄຂກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12


ວາລະໄຂກອງປະຊຸມ
(ພາບ: baomoi.com)
(vovworld)- ຕອນເຊົ້າວັນທີ 5/3, ກອງປະຊຸມຄັ້ງປະຖົມມະເລິກ,ຂອງສະພາ ຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງປັກກິງ ໂດຍມີການເຂົ້າຮ່ວມຂອງສະມາຊິກສະພາເກືອບ 3000 ທ່ານ, ບັນດາຜູ້ນຳຂັ້ນສູງຂອງພັກ ແລະ ລັດຈີນ. ທີ່ວາລະປະຊຸມ, ບັນດາສະມາຊິກສະພາໄດ້ດຳເນີນການເລືອກຕັ້ງບັນດາຕຳແໜ່ງການນຳຫຼັກແຫຼ່ງ ລວມມີປະທານປະເທດ ແລະ ບັນດາຮອງປະທານປະເທດ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ, ກຳມະການລັດຖະບານ ແລະ ບັນດາສະມາຊິກລັດຖະບານ ພ້ອມທັງຮັບຮອງເອົາແຜນການປະຕິຮູບອົງປະກອບລັດຖະບານ. ໃນບົດລາຍງານການວຽກງານຂອງລັດຖະບານທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີຈີນ ເວີຍເຈຍປາວ ເນັ້ນໜັກວ່າ ຈີນ ຈະສືບຕໍ່ປະຕິບັດ “ນະໂຍາຍປີງົບປະມານຢ່າງຕັ້ງໜ້າ“ ແລະ “ນະໂຍາຍເງິນຕາຢ່າງລະມັດລະວັງ“ ເພື່ອແນໃສ່ປະຕິບັດໃຫ້ໄດ້ຈຸດໝາຍການເຕີບໂຕເສດຖະກິດປີ 2013 ແມ່ນ 7,5%, ການຄວບຄຸມໄພເງິນເຟີ້ບັນລຸລະດັບປະມານ 3,5%. ກ່ຽວກັບງົບປະມານ, ບົດລາຍງານວາງຈຸດໝາຍການຂາດດຸນຢູ່ໃນລະດັບ 191 ຕື້ໂດລາສະຫະລັດໃນປີ 2013. ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຈີນ ມີແຜນການເພີ່ມງົບປະມານປ້ອງກັນຊາດໃນປີ 2013 ຕື່ມອີກ 114,3 ຕື້ໂດລາສະຫະລັດ. ບົດລາຍງານເນັ້ນໜັກວ່າ, ປີ 2013 ແມ່ນປີທຳອິດປະຕິບັດມະຕິກອງປະຊຸມໃຫ່ຍຊຸດທີ 18 ຂອງພັກກອມມູນິດຈີນ ແລະ ແມ່ນປີມີຄວາມໝາຍສຳຄັນໃນການສືບຕໍ່ປະຕິບັດແຜນການ 5 ປີຄັ້ງທີ 2 ແລະ ສ້າງພື້ນຖານໝັ້ນຄົງໃຫ້ແກ່ການປະຕິບັດຈຸດໝາຍສ້າງສັງຄົມວັດທະນາຖາວອນຮອບດ້ານສຳເລັດ. ຄາດວ່າ, ກອງປະຊຸມຄັ້ງປະຖົມມະເລິກ,ຂອງສະພາຜູ້ແທນປະຊາຊົນ ແຫ່ງຊາດ ຈີນ ຊຸດທີ 12 ຈະດຳເນີນຮອດວັນທີ 17/3 ຈະມາເຖິງ.
Tag: