ຈີນໃຫ້ຄຳໝັ້ນສັນຍາສະໜັບສະໜູນອຳນາດການປົກຄອງ ຮົ່ງກົງ
17/12/2019 09:19
(VOVWORLD) -ວັນທີ 16 ທັນວາ, ທີ່ການພົບປະກັບທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ ຢູ່ນະຄອນຫຼວງ ປັກກິ່ງ ປະເທດຈີນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາຂອງ ລັດຖະບານສູນກາງຈະສືບຕໍ່ສະໜັບສະໜູນທ່ານນາງໃນການນຳໜ້າເຂດບໍລິຫານພິເສດ ຮົ່ງກົງ (ປະເທດຈີນ).

ທ່ານນາງ Carrie Lam ຜູ້ປົກຄອງເຂດບໍລິຫານພິເສດຮົ່ງກົງ (ພາບ: TTXVN) ທ່ານ ສີຈິ້ນຜິງ ຖືວ່າ ທ່ານນາງ Carrie Lam ໄດ້ນຳໜ້າ ອຳນາດການປົກຄອງ ຮົ່ງກົງ (ປະເທດຈີນ) ໃນການນຳໃຊ້ບັນດານະໂຍບາຍ ແລະ ມາດຕະການໜູນຊ່ວຍວິສາຫະກິດ, ແກ້ໄຂບັນດາຂໍ້ຫຍຸ້ງຍາກຂອງປະຊາຊົນ, ຄົ້ນຄ້ວາບັນດາວິທີການແກ້ໄຂບັນດາຂໍ້ຄົງຄ້າງໃນສັງຄົມຢ່າງເຂັ້ມງວດ. ລັດຖະບານຈີນຍາມໃດກໍ່ຢັ້ງຢືນວ່າ ຮົ່ງກົງແມ່ນ ເຂດບໍລິຫານພິເສດ ຂອງ ຈີນ, ບັນດາບັນຫາຂອງຮົ່ງກົງ ແມ່ນບັນດາບັນຫາພາຍໃນຂອງຈີນ. ລັດຖະບານຈີນ ມີຄວາມຕັດສິນໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມສະຫງົບ ແລະ ບັນດາຜົນປະໂຫຍດພັດທະນາ, ປະຕິບັດ ນະໂຍບາຍ “ປະເທດດຽວສອງລະບອບ” ແລະ ຄັດຄ້ານທຸກໆການແຊກແຊງໃດໆຈາກພາຍນອກ. ບິກທ້ວນ - ນັກຂ່າວ vov ປະຈຳຈີນ
TAG
VOV/VOVworld/ຈີນ/ຮົ່ງກົງ
Related
More




