(ພາບປະກອບ / binhphuoc.gov.vn) |
ທີ່ພິທີປຸກລະດົມ, ຄະນະຈັດຕັ້ງໄດ້ມອບຕູ້ ATM ແຈກເຂົ້າສານອັດຕະໂນມັດໃຫ້ບັນດາເມືອງ ລົກນິງ, ບູໂດບ, ດົ່ງຟູ໊ ແລະ ບູຢາເມິບ. ດ້ວຍຈິດໃຈ “ທັງໝົດແມ່ນເພື່ອຜູ້ທຸກຍາກ, ຜູ້ມີຄວາມສ່ຽງຫລາຍກ່ວາໝູ່ໃນສັງຄົມ”, ໂດຍຜ່ານພິທີປຸກລະດົມ, ຄະນະຈັດຕັ້ງປາດຖະໜາວ່າ ຈະຊ່ວຍເຫຼືອໃຫ້ປະຊາຊົນ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນບໍ່ມີວຽກເຮັດງານທຳ, ກຸ່ມແຮງງານເສລີທີ່ປະສົບກັບຄວາມຫຍຸ້ງຍາກ, ເລ່ລ່ອນໃນບໍລິເວນແຂວງໃຫ້ໄດ້ຫລາຍທີ່ສຸດ. ຕູ້ ATM ແຈກເຂົ້າສານ ແລະ ຕະຫລາດມະນຸດສະທຳ 0 ດົ່ງ ໄດ້ດຳເນີນແຕ່ວັນທີ 07 – 29 ພຶດສະພາ ຈຶ່ງອັດລົງ.








