ກອງບັນຊາການແນວໜ້າເຂດ 4, ຮັບຜິດຊອບຄວາມໝັ້ນຄົງໃນທົ່ວທຸກແຂວງພາກໃຕ້ປະເທດນີ້ຖືວ່າ: ບັນດາມືປືນແຍກຕົວອອກຢູ່ພາກໃຕ້ ໄດ້ເຮັດໃຫ້ວັດຖຸທີ່ບັນຈຸໃນລົດກະບະແຕກ ເມື່ອແລ່ນຜ່ານແຂວງ ສົງຄ໊າ.

ເຫດວາງລະເບີດຢູ່ ໄທ ເຮັດໃຫ້ຫລາຍຄົນຮັບບາດເຈັບ (ພາບ: AFP/TTXVN)

ເຫດລະເບີດເກີດຂຶ້ນ ພາຍຫລັງການປະທະກັນລະຫວ່າງກອງທັບລາຊະອານາຈັກ ໄທ ແລະ ກຸ່ມທະຫານກະບົດໃນຕອນຄ່ຳວັນທີ 23 ກຸມພາ. ກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ດັບສູນມືປືນ 5 ຄົນ. ພາຍຫລັງການປະທະກັນ, ໂຄສົກກອງບັນຊາການພາກໃຕ້ຂອງກອງທັບໄທ ໄດ້ກ່າວເຕືອນວ່າ ບັນດາກຸ່ມທະຫານກະບົດອາດຈະດຳເນີນການໂຕ້ຕອບ.