ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ກັບຄືນສຳນັກງານ
23/08/2012 08:20
ຕາມສຳນັກຂ່າວສານ Kyodo ແລ້ວ ຕອນຄຳ່ວັນທີ 22/8, ທ່ານ Muto ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ໄດ້ກັບຄືນສຳນັກງານຢູ່ນະຄອນຫລວງ ເຊີອູນ
ທ່ານ Muto ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ພາບ:dantri.com (vovworld) - ຕາມສຳນັກຂ່າວສານ Kyodo ແລ້ວ ຕອນຄຳ່ວັນທີ 22/8, ທ່ານ Muto ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສເກົາຫລີ ໄດ້ກັບຄືນສຳນັກງານຢູ່ນະຄອນຫລວງ ເຊີອູນ ພາຍຫລັງ 12 ວັນນັບແຕ່ເມື່ອທ່ານຖືກຮຽກໂຮມ. ກ່າວຄຳເຫັນຢູ່ສະຫນາມບິນ Kimpo ຢູ່ ເຊີອູນ, ທ່ານ Muto ສະແດງຄວາມປະເອີບໃຈວ່າຈະແກ້ໄຂການຖົກຖຽງກັນໄດ້ພາຍຫລັງທີ່ປະທານາທິບໍດີ ສເກົາຫລີ Lee Myung Bak ມາຢ້ຽມຢາມໝູ່ເກາະທີ່ີເກີດການພິພາດລະຫວ່າງສອງປະເທດ. ຕາມທ່ານ Muto, ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ ເຄີຍໄດ້ຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດໃນອະດີດຕະການ. ທ່ານ Muto ຖືກໂຕກຽວ ຮຽກໂຮມກັບຄືນເມືອປະເທດເພື່ອຄັດຄ້ານການຢ້ຽມຢາມຂອງປະທານາທິບໍດີ ສເກົາຫລີ Lee Myung Bak ເຖິງໝູ່ເກາະ Takeshika ຊື່ງເຊີອູນເອີ້ນວ່າ Dokdo.
TAG
ຍີ່ປຸ່ນ
Related







