ໃນຂອບເຂດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 6 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ພາຍຫຼັງການເຈລະຈາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ José Raúl Mulino ປະທານາທິບໍດີ ສ.ປານາມາ ໄດ້ພົບປະກັບສື່ມວນຊົນ. ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນ, ທ່ານ ໂຕເລິມ ໃຫ້ຮູ້ວ່າ ສອງຝ່າຍຫາກໍ່ດຳເນີນການເຈລະຈາໃນບັນຍາກາດມິດຕະພາບ, ເປີດເຜີຍ, ໄວ້ເຊື້ອເຊື່ອໃຈ, ແລກປ່ຽນຢ່າງເລິກເຊິ່ງ ກ່ຽວກັບການພົວພັນສອງຝ່າຍ ກໍ່ຄືບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລາທິການທ່າກຳປັ່ນທະເລ, ການເງິນ, ທະນາຄານ, ການທ່ອງທ່ຽວ, ການຂົນສົ່ງ ແລະ ບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ; ສືບຕໍ່ແລກປ່ຽນ, ເຈລະຈາບັນດາເອກະສານກ່ຽວກັບການອະນຸລັກຂາແກ່ການລົງທຶນ, ການບິນ ແລະ ຂົງເຂດອື່ນໆ, ສ້າງຂອບເຂດສະດວກເພື່ອເປີດກວ້າງການຮ່ວມມື.
ທ່ານ ໂຕເລິມ ຊີ້ແຈ້ງວ່າສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມ ກຳນົດບັນດາທິດທາງ, ເປົ້າໝາຍ, ຫຼັກການ ແລະ ບັນດາຂົງເຂດຮ່ວມມືຫຼັກຂອງການພົວພັນ ຫວຽດນາມ ປານາມາ ໃນໄລຍະຈະມາເຖິງ. ສອງຝ່າຍເປັນເອກະພາບເພີ່ມທະວີການແລກປ່ຽນຜ່ານຊ່ອງທາງການທູດລັດ, ຊຸກຍູ້ການຮ່ວມມືລັດຖະສະພາ ແລະ ການທູດປະຊາຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດເຂົ້າເຖິງຕະຫຼາດຂອງກັນ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ກນສະໜອງໃນພາກພື້ນ ແລະ ທົ່ວໂລກຢ່າງເລິກເຊິ່ງ
ທີ່ການພົບປະກັບສື່ມວນຊົນ, ທ່ານ José Raúl Mulino ເນັ້ນໜັກວ່າ ປານາມາຢາກກາຍເປັນປະຕູເຂົ້າອອກເພື່ອນຳພື້ນຖານອຸດສາຫະກຳນັ້ນເຂົ້າເຖິງພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ, ປາດຖະໜາວ່າບັນດາວິສາຫະກິດ ຫວຽດນາມ ຈະສວຍໃຊ້ບັນດາທ່າໄດ້ປຽບເພື່ອມີໜ້າຢູ່ ປານາມາ ແລະ ບືນຕົວອອກສູ່ບັນດາຕະຫຼາດໃນພາກພື້ນ.



.jpg)

