ວັນທີ 07 ຕຸລາ, ກອງປະຊຸມ​ຄັ້ງ​ທີ 4, ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັ​ກກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ XIV ສືບຕໍ່ມື້ເຮັດວຽກທີສາມ. ໃນຕອນເຊົ້າ, ທ່ານ ເຈິ່ນເກີມຕູ, ຜູ້​ປະຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ໄດ້​ບໍ​ລິ​ຫານກອງປະຊຸມ. ສູນກາງ ແລະ ບັນ​ດາຜູ້ແທນໄດ້ເຮັດວຽກຢູ່​ຫໍປະຊຸມ, ປຶກສາຫາລື 3 ຫົວຂໍ້, ຄື: ໂຄງການ "ຍຸດ​ທະ​ສາດແຫ່ງຊາດກ່ຽວກັບການດຶງດູດ, ນຳໃຊ້ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດໃນ​ບັນ​ດາ​ຂະ​ແໜງ​ການ, ຂົງເຂດປາຍ​ແຫຼມເພື່ອຮັບໃຊ້ການພັດທະນາ​ປະ​ເທດ​ຊາດຢ່າງວ່ອງໄວ, ຍືນຍົງ"; ຂໍ້​ກຳ​ນົດກ່ຽວກັບສະມາຊິກພັກເຂົ້າຮ່ວມການເຄື່ອນ​ໄຫວລົງທຶນ, ດຳ​ເນີນທຸລະກິດ (ປ່ຽນແທນ​ຂໍ້​ກຳ​ນົດເລກທີ 15-QĐ/TW). ຂໍ້​ກຳ​ນົດກ່ຽວກັບ​ວຽກ​ງານກວດກາ, ​ຕິດ​ຕາມກວດ​ກາ ແລະ ​ລະ​ບຽບວິໄນຂອງພັກ (ປ່ຽນແທນ​ຂໍ້​ກຳ​ນົດເລກທີ 21-QĐ/TW)...

​ໃນຕອນ​ບ່າຍ, ​ສູນ​ກາງ ​ແລະ ບັນດາ​ຜູ້​ແທນ​ໄດ້​ເຮັດ​ວຽກ​ຢູ່ໜ່​ວຍ​ກ່ຽວ​ກັບ​ບົດ​ລາຍ​ງານ​ຕີ​ລາ​ຄາ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ຮ່າງບົດສະຫຼຸບ​ລ​ວມ ແລະ 4 ​ໝວດເນື້ອໃນສະຫຼຸບລວມ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ຄົ້ນຄວ້າປັບປຸງ, ເພີ່ມເຕີມກົດລະບຽບຂອງພັກ; ​ຮ່າງບົດ​ລາຍ​ງານ​ລະ​ອຽດ​ສະ​ຫຼຸບ 100 ປີ​ແຫ່ງ​ພັກ​ນຳ​ພາການ​​ປະ​ຕິ​ວັດ ​ຫວຽດ​ນາມ, ​ກຳ​ນົດ​ທິດ​ການ​ພັດ​ທະ​ນາ​​ປະ​ເທດ​ຊາດ 100 ປີຕໍ່​ໄປ...

ວັນທີ 08 ຕຸລາ, ສູນກາງຈະສືບຕໍ່ເຮັດວຽກຕາມແຜນການ ແລະ ​ປິດກອງປະຊຸມ.