ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ Hun Manet ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຈະໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 9 – 10 ຕຸລາ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບລະດັບຄວາມສຳຄັນ, ຄວາມຕັ້ງຫວັງຂອງການຢ້ຽມຢາມ ກໍ່ຄືທິດທາງໃຫຍ່ໃນການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ທ່ານ ຫງວຽນມິງຫວູ ເນັນໜັກວ່າ ໃນສະພາບການສາກົນ, ພາກພື້ນສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ການຢ້ຽມຢາມໄດ້ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການທີ່ຈະພ້ອມກັບ ກຳປູເຈຍ ເພີ່ມພູນຄູນສ້າງສະພາບແວດລ້ອມສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພ້ອມກັນພັດທະນາ.
ການຢ້ຽມຢາມຍັງເປີດໂອກາດສ້າງລະບົບນິເວດຕິດພັນເສດຖະກິດຮອບດ້ານກວ່າລະຫວ່າງ ຫວຽດນາມ - ກຳປູເຈຍ. ກ່ອນອື່ນໝົດ, ແມ່ນຕິດພັນກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມກັບເລື່ອງສອງຝ່າຍເຫັນດີເປັນເອກະພາບຈຸດເຊື່ອມຕໍ່ເສັ້ນທາງຄວາມໄວສູງນະຄອນ ໂຮ່ຈີມິນ - ມົກບ່າຍ - ບາເວດ - ພະນົມເປັນ, ຊ່ວຍນຳເສັ້ນທາງສຳຄັນນີ້ເຂົ້ານຳໃຊ້ຕາມແຜນການໃນທ້າຍປີ 2027, ສ້າງຄວາມສະດວກກວ່າອີກໃຫ້ແກ່ການເດີນທາງໄປມາ, ຄ້າຂາຍສິນຄ້າ, ການທ່ອງທ່ຽວ ແລະ ຊຸກຍູ້ການພົບປະແລກປ່ຽນປະຊາຊົນ.



.jpg)

