ງານບຸນວັດທະນະທຳ, ທ່ອງທ່ຽວ ເມື່ອງລໍ່ ປີ 2026 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງຟ້ອນແຊ່ໄທ - ສີສັນເຂດ ໄຕບັກ” ຈະຈັດຂຶ້ນແຕ່ວັນທີ 16 - 21 ຕຸລາ ຢູ່ຕາແສງ ເງັ້ຍໂລ້ ແລະ ບັນດາທ້ອງຖິ່ນເຂດ ເມື່ອງລໍ່, ແຂວງ ລາວກາຍ. ງານບຸນປີ 2026 ແມ່ນເຫດການລະດັບແຂວງ, ມີຄວາມໝາຍພິເສດເມື່ອໄດ້ຈັດຂຶ້ນກົງກັບພິທີສະເຫຼີມສະຫຼອງ 5 ປີທີ່ສິລະປະຟ້ອນແຊ່ໄທ ໄດ້ຮັບການຮັບຮອງເອົາເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO).
ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະ “ຟ້ອນແຊ່ໄທ - ວົງກົມແຫ່ງຄວາມຮັກ”. ທ່ານ ນົງຫວຽດອຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ, ໃຫ້ຮູ້ວ່າ:
“ງານບຸນແມ່ນໂອກາດຕີລາຄາໝາກຜົນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງຟ້ອນແຊ່ໄທ ພາຍຫຼັງທີ່ໄດ້ຮັບການຮັບຮູ້, ເຊີດຊູສີສັນວັດທະນະທຳຂອງບັນດາຊົນເຜົ່າເຂດ ໄຕບັກ, ຫັນເປັນລະອຽດ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍການພັດທະນາວັດທະນະທຳໃຫ້ມີປະສິດທິຜົນຕາມມະຕິເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ແລະ ມະຕິເລກທີ 26 ຂອງກົມການເມືອງກ່ຽວກັບການພັດທະນາການທ່ອງທ່ຽວ ຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ພ້ອມກັນນັ້ນກໍ່ເພື່ອໂຄສະນາພາບພົດຂອງປະເທດຊາດ ແລະ ຊາວ ລາວກາຍ”.



.jpg)

