ບັນ​ດາຄວາມພະຍາຍາມທາງການທູດເພື່ອແນ​ໃສ່ຢຸດຕິການ​ປະ​ທະ​ກັນທີ່ແກ່ຍາວມາ​ເປັນ​ເວ​ລາ 7 ເດືອນລະຫວ່າງ ອາ​ເມ​ລິ​ກາ ແລະ ອີຣານ ຍັງສືບຕໍ່​ດຳ​ເນີນ​ໄປຜ່ານການ​ເປັນ​ກາງໄກ່ເກ່ຍຂອງ ກາຕາ ແລະ ປາກິດສະຖານ. ເຖິງ​ຢ່າງ​ໃດກໍ່ຕາມ, ການເຈລະຈາຍັງຄົງ​ປະ​ສົບ​ກັບ​ສິ່ງ​ກີ​ດ​ຂວ​າງ​ຫຼາຍ​ຢ່າງຍ້ອນ​ຄວາມບໍ່​ລົງ​ລອຍ​ກັນຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫານິວເຄຼຍ ແລະ ໂຄງສ້າງ​ສິດອຳນາດ​ຢູ່ ເຕເຮຣານ.

ວັນທີ 06 ຕຸລາ, ທ່ານ Ibrahim al-Hashimi, ໂຄສົກກະຊວງ​ການ​ຕ່າງ​ປະ​ເທດ ກາຕາ ໄດ້ຢືນຢັນວ່າ ວໍຊິງຕັນ ແລະ ເຕເຮຣານ ພວມ​ຕັ້ງ​ໜ້າແລກປ່ຽນ​ສານຜ່ານ ໂດຮາ ເພື່ອແນ​ໃສ່​ສ້າງພື້ນຖານໃຫ້ແກ່ບັນ​ດາ​ບາດ​ກ້າວຕໍ່ໄປ.

ກ່ຽວຂ້ອງ​ເຖິງເງື່ອນໄຂຢຸດຕິສົງຄາມ, ທ່ານ JD Vance, ຮອງປະທານາທິບໍດີ ອາ​ເມ​ລິ​ກາ ຢືນຢັນວ່າ ວໍຊິງຕັນ ຮຽກຮ້ອງໃຫ້ ອີຣານ ຕ້ອງຫຼຸດຜ່ອນ​ກຳ​​ລັງ​ຄວາມ​ສາ​ມາດໃນການເສີມທາດ​ຢູເລນຽມຂອງຕົນຢ່າງ "ມີຄວາມໝາຍ" (​ພິ​ເສດ​ແມ່ນ​ຢູ່ລະດັບ 60%) ຫາກບໍ່ພຽງແຕ່​ຢຸດ​ຢູ່​ບັນ​ດາຄຳໝັ້ນສັນຍາລ້າໆເທົ່ານັ້ນ.

ໃນ​ວັນ​ດຽວ​ກັນ, ທີ່ການຢ້ຽມຢາມ Islamabad (ປາກິດສະຖານ), ທ່ານ António Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ອອກ​ສຽງຮຽກຮ້ອງໃຫ້​ບັນ​ດາຝ່າຍ​ຈົ່ງຢຸດຕິການ​ປະ​ທະ​ກັນໃນທັນທີ, ກັບຄືນສູ່ເສັ້ນທາງການທູດ ແລະ ຮັບປະກັນ​ຄວາມ​ເສ​ລີໃນການເດີນເຮືອ​ຢູ່​ທະ​ເລຕາມກົດໝາຍສາກົນຢ່າງ​ສິ້ນເຊີງ.