ເພີ່ມທະວີການພົວພັນດ້ານການເງິນລະຫວ່າງ ຫວຽດນາມ ແລະ ລາວ
05/02/2013 11:24
ວັນທີ 5/2 ຢູ່ ຮ່າໂນ້ຍ, ທ່ານ ເວືອງດີ່ງເຫ້ວ ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ພົບປະສົນທະນາກ່ຽວກັບສະພາບການເສດຖະກິດການເງິນຂອງແຕ່ລະປະເທດ

ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີກະຊວງການເງິນ ສປປ ລາວ ທີ່ພິທີປະດັບຫລຽນໄຊອິດສະຫລະຊັ້ນ 2 ໃຫ້ແກ່ການນຳກະຊວງການເງິນ ຫວຽດນາມ ພາບ: internet (vovworld)- ວັນທີ 5/2 ຢູ່ ຮ່າໂນ້ຍ, ທ່ານ ເວືອງດີ່ງເຫ້ວ ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານ ພູເພັດ ຄຳພູນວົງ ລັດຖະມົນຕີກະຊວງການເງິນ ສປປ ລາວ ໄດ້ພົບປະສົນທະນາກ່ຽວກັບສະພາບການເສດຖະກິດການເງິນຂອງແຕ່ລະປະເທດ. ທີ່ການພົບປະສົນທະນາ, ລັດຖະມົນຕີທັງສອງທ່ານ ໄດ້ທົບທວນຄືນບັນດາຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງກະຊວງການເງິນ ຫວຽດນາມ ແລະ ລາວ ໃນປີ 2012 ຊຶ່ງແມ່ນປີສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ. ເມື່ອປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຮ່ວມມືໃນປີ 2013, ທ່ານ ເວືອງດີ່ງເຫ້ວ ໄດ້ສະເຫນີ ສຸມໃສ່ບຸລິມະສິດການເຄື່ອນໄຫວບຳລຸງສ້າງ, ຍົກສູງກຳລັງຄວາມສາມາດຂອງພະນັກງານ, ຄູອາຈານຂອງຂະແຫນງການເງິນລາວ. ພິເສດ ແມ່ນຜັນຂະຫຍາຍບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາໂຮງຮຽນຂອງກະຊວງການເງິນ ລາວ ໃຫ້ຖືກກັບລະດັບຄວາມໄວ ແລະ ສຳເລັດດ້ວຍຄຸນນະພາບສູງ. ຄຽງຄູ່ກັນນັ້ນ ສອງຝ່າຍ ສືບຕໍ່ຮ່ວມມືສ້າງບັນດາເອກະສານນິຕິກຳໃຫ້ສົມບູນແບບ ແລະ ໂຄງປະກອບກົງຈັກຂອງຂະແຫນງການເງິນ. ພ້ອມກັນນັ້ນ ຫວຽດນາມ ສືບຕໍ່ຫນູນຊ່ວຍພາຫະນະອຸປະກອນ ແລະ ຮາກຖານດ້ານວັດຖຸທີ່ຈຳເປັນຈຳນວນຫນຶ່ງ ບົນພື້ນຖານຄວາມຕ້ອງການຕົວຈິງຈາກຝ່າຍ ລາວ ແລະ ຄວາມສາມາດຕອບສະຫນອງຂອງກະຊວງການເງິນ ຫວຽດນາມ.
TAG
ປະດັບຫລຽນ
Related
More



.jpg)

