ເຮືອບິນຂອງຈີນລະເມີດບັນດາຂໍ້ກຳນົດຂອງICAO
09/01/2016 09:17
(vovworld)-ໃນຊຸມມື້ຜ່ານມາ, ຈີນ ໄດ້ປະຕິບັດຫລາຍຖ້ຽວບິນເຂົ້າເຂດນ່ານຟ້າທີ່ມີການແຈ້ງຂໍ້ມູນຂ່າວກ່ຽວຂ້ອງເຖິງຖຽ້ວບິນ

ທ່ານ ລ້າຍຊວນແທງ, ຫົວຫນ້າກົມການບິນ ຫວຽດນາມ ພາບ:bnews.vn (vovworld)-ໃນຊຸມມື້ຜ່ານມາ, ຈີນ ໄດ້ປະຕິບັດຫລາຍຖ້ຽວບິນເຂົ້າເຂດນ່ານຟ້າທີ່ມີການແຈ້ງຂໍ້ມູນຂ່າວກ່ຽວຂ້ອງເຖິງຖຽ້ວບິນ( Flight Information Region) ຢູ່ ນະຄອນໂຮ່ຈິມີນ ໂດຍຫວຽດນາມ ຄຸ້ມຄອງ ແຕ່ບໍ່ມີການພົວພັນຕິດຕໍ່ກັບອົງການບັນຊາການບິນ ຕາມການກຳນົດຂອງສາກົນກ່ຽວກັບຄວາມປອດໄພການບິນ. ຕໍ່ຫນ້າການກະທຳດັ່ງກ່າວ, ວັນທີ 9/1, ທ່ານ ລ້າຍຊວນແທງ, ຫົວຫນ້າກົມການບິນ ຫວຽດນາມ ໃຫ້ຮູ້ວ່າ: ກົມການບິນຫວຽດນາມ ສືບຕໍ່ມີເອກະສານສົ່ງເຖິງຫ້ອງການອົງການການບິນພົນລະເຮືອນໂລກ (ICAO) ກ່ຽວກັບເລື່ອງ ເຮືອບິນ ຈີນ ໄດ້ລະເມີດບັນດາຂໍ້ກຳນົດຂອງ ICAO. ກົມການບິນຫວຽດນາມ ຮຽກຮ້ອງໃຫ້ ICAO ຕ້ອງມີມາດຕະການ, ວິທີການ ເພື່ອໃຫ້ບັນດາປະເທດບໍ່ໄດ້ປະຕິບັດບັນດາການເຄື່ອນໄຫວຄືດັ່ງກ່າວນາບຂູ່ເຖິງການເຄື່ອນໄຫວການບິນສາກົນ ແລະ ພາກພື້ນ. ທ່ານ ລ້າຍຊວນແທງ ກໍຢືນຢັນວ່າ: ກົມການບິນ ຫວຽດນາມ ຈະແຈ້ງໃຫ້ບັນດາປະເທດໃກ້ຄຽງຮັບຊາບ ເພື່ອສົມທົບນຳກັນ ແລະ ມີຄຳກ່າວເຕືອນກໍຄືຄັດຄ້ານການເຄື່ອນໄຫວການບິນຂອງຈີນທີ່ນາບຂູ່ເຖິງຄວາມປອດໄພການບິນ. ກ່ອນຫນ້ານັ້ນ, ກົມການບິນ ຫວຽດນາມ ກໍໄດ້ສົ່ງເອກະສານເຖິງ ຫ້ອງການ ICAO ພາກພື້ນ ອາຊີ ປາຊີຟີກ ເພື່ອແຈ້ງກໍລະນີດັ່ງກ່າວແລ້ວ.
TAG
vovworld/ການບິນ
Related






