GDP ຂອງຫວຽດນາມ ໃນປີ 2012 ບັນລຸປະມານ 5,7%
12/04/2012 06:04
ທະນາຄານພັດທະນາ ອາຊີ (ADB) ປະກາດບົດລາຍງານກ່ຽວກັບແງ່ຫວັງແຫ່ງການພັດທະນາ ອາຊີ ປີ 2012

ພາບປະກອບ:dantri.com (vovworld)- ວັນທີ 11/4 ຢູ່ ຮ່າໂນ້ຍ, ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດບົດລາຍງານກ່ຽວກັບແງ່ຫວັງແຫ່ງການພັດທະນາ ອາຊີ ປີ 2012 ດ້ວຍການຄາດຄະເນວ່າ ການຈະເລີນເຕີບໂຕ GDP ຂອງຫວຽດນາມ ໃນປີ 2012 ຈະບັນລຸລະດັບ 5,7%, ແມ່ນຕຳ່ກວ່າລະດັບ 6,3 - 6,5% ຂອງປີກ່າຍ. ເຖິງຢ່າງໃດກໍຕາມ, ADB ກໍຖືວ່າ: ລະດັບການຈະເລີນເຕີບໂຕ GDP ຂອງຫວຽດນາມ ອາດຟື້ນຟູລະດັບ 6,2% ໃນປີ 2013 ຍ້ອນມີການປັບປຸງແຫງ່ຫວັງແຫ່ງການພັດທະນາທົ່ວໂລກ ສຳລັບດ້ານການຄ້າ ແລະ ການລົງທຶນ ແລະ ຄວາມສາມາດສືບຕໍ່ຜ່ອນຄາຍນະໂຍບາຍເງິນຕາໃນປີຈະມາເຖິງ. ແລະກໍຕາມບົດລາຍງານຂອງ ADB ແລ້ວ, ໄພເງິນເຟີ້ສະເລ່ຍຂອງ ຫວຽດນາມ ໃນປີ 2012 ອາດຈະຫລຸດລົງໃນລະດັບ 2 ຕົວເລກ ດ້ວຍເງື່ອນໄຂບັນດານະໂຍບາຍໄດ້ຮັກສາຢ່າງພຽງພໍ ແລະ ແຫນ້ນແຟ້ນ.
TAG
ADB
Related
More



.jpg)

