ດ່ານັ້ງ ເປັນເຈົ້າພາບຈັດການແຂ່ງຂັນ Pickleball World Cup 2026
25/04/2026 08:35
[VOVWORLD] - ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນ Pickleball World Cup ໄດ້ຈັດຂຶ້ນຢູ່ ອາຊີ,

2_25-4_am_sang_da_nang.jpg ຄາດວ່າ, ງານແຂ່ງຂັນຈະຈັດຂຶ້ນແຕ່ວັນທີ 30 ສິງຫາ ຮອດວັນທີ 06 ກັນຍາ 2026 (ພາບ: TTXVN) ຕອນບ່າຍວັນທີ 24 ເມສາ, ຢູ່ນະຄອນ ດ່ານັ້ງ, ສະຫະພັນ Pickleball ນະຄອນ ດ່ານັ້ງ ໄດ້ສົມທົບກັບບໍລິສັດຮ່ວມສຳພັນ America & Asia ຈຳກັດ (America & Asia Connect - AAC) ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດພິທີປະກາດການແຂ່ງຂັນ Pickleball World Cup 2026. ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນ Pickleball World Cup ໄດ້ຈັດຂຶ້ນຢູ່ ອາຊີ, ພ້ອມກັນນັ້ນ, ດ່ານັ້ງ ທີ່ໄດ້ຮັບການຄັດເລືອກໃຫ້ເປັນສະຖານທີ່ເປັນເຈົ້າພາບຈັດການແຂ່ງຂັນ Pickleball World Cup ຄັ້ງທີ 3. ເຫດການແມ່ນຂີດໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພັດທະນາ ແລະ ການເຊື່ອມໂຍງຂອງກິລາ ຫວຽດນາມ ບົນເວທີສາກົນ. ຄາດວ່າ, ງານແຂ່ງຂັນຈະຈັດຂຶ້ນແຕ່ວັນທີ 30 ສິງຫາ ຮອດວັນທີ 06 ກັນຍາ 2026, ເຊິ່ງຈະດຶງດູດນັກກິລາກວ່າ 4.000 ຄົນທີ່ມາຈາກກວ່າ 80 ປະເທດເຂົ້າຮ່ວມ.
TAG
VOV/VOVWORLD/ສຳຄັນ/ແຂ່ງຂັນ/Pickleball
Related






