ອາເມລິກາ ສິ້ນສຸດການສືບສວນອາຍາທ່ານປະທານ Fed J. Powell
25/04/2026 08:36
[VOVWORLD] - ແຈ້ງການໂດຍທ່ານນາງ Jeanine Pirro, ໄອຍະການສະຫະລັດ ຍົກອອກມາໃນສື່ສັງຄົມ X.

7_25-4_AM SANG_My ket thuc.jpg ທ່ານ Jerome Powell, ປະທານທະນາຄານສູນກາງ ອາເມລິກາ - FED (ພາບ: REUTERS/Kevin Lamarque) ວັນທີ 24 ເມສາ, ກະຊວງຍຸຕິທຳ ອາເມລິກາ ໄດ້ຢຸດຕິການສືບສວນອາຍາແນໃສ່ທ່ານ Jerome Powell, ປະທານທະນາຄານສູນກາງ ອາເມລິກາ - FED. ການກະທຳດັ່ງກ່າວໄດ້ຮັບຖືວ່າແມ່ນການແກ້ໄຂຮົ້ວກີດຂວາງໃຫຍ່ໃນວິວັດການແຕ່ງຕັ້ງຜູ້ສືບຕໍ່ດຳລົງຕຳແໜ່ງ ໃນຈຸດເວລາຄວາມເຄັ່ງຕຶງດ້ານການເມືອງພວມປິ່ນອ້ອມລັກສະນະຄວາມເອກະລາດຂອງທະນາຄານສູນກາງເພີ່ມຂຶ້ນ. ແຈ້ງການໂດຍທ່ານນາງ Jeanine Pirro, ໄອຍະການສະຫະລັດ ຍົກອອກມາໃນສື່ສັງຄົມ X. ຕາມທ່ານນາງແລ້ວ, ບັນດາບັນຫາທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນປິ່ນອ້ອມຄ່າໃຊ້ຈ່າຍເພື່ອສ້ອມແປງສຳນັກງານ FED ຈະໄດ້ສົ່ງໃຫ້ຫົວໜ້າກວດສອບ FED ສືບຕໍ່ພິຈາລະນາ.
TAG
VOV/VOVWORLD/ປິ່ນອ້ອມ/ລັກສະນະ/ເອກະລາດ
Related






