(ພາບ: Ngọc Thạch/VOV-Cairo) |
ໃນລາຍການກະຈາຍສຽງໂອ້ລົມສົນທະນາໂດຍກົງເປັນພາສາອັງກິດ, ທ່ານເອກອັກຄະລັດຖະທູດເຈິ່ນແທັງກົງ ໄດ້ຫວນຄືນບັນດາຂີດໝາຍທີ່ສຳຄັນ ໃນການພົວພັນລະຫວ່າງຫວຽດນາມ-ອີຢິບ ໃນຕະຫຼອດ 60 ປີທີ່ຜ່ານມາ, ແນະນຳໂດຍສັງເຂບກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ບັນດາຈຸດທີ່ດີງາມທີ່ເປັນມູນເຊື້ອຂອງຫວຽດນາມ. ທ່ານຍັງໄດ້ແບ່ງປັນບັນດາບົດຮຽນຂອງຫວຽດນາມ ໃນການປ່ຽນແປງໃໝ່ ເພື່ອບັນລຸໄດ້ບັນດາຜົນງານອັນໃຫ່ຍຫຼວງ ເພື່ອນຳຫວຽດນາມ ກາຍເປັນປະເທດທີ່ມີທີ່ຕັ້ງບົດບາດສຳຄັນຢູ່ພາກພື້ນອາຊີ ແລະ ໃນໂລກ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສອງປະເທດ ຫວຽດນາມ-ອີຢິບ ຈະສືບຕໍ່ຮ່ວມມືໃນຫຼາຍດ້ານ, ນຳໃຊ້ບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງ ແລະ ສະໜັບສະໜູນຊື່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ






