ວັນ​ທີ 5 ພຶດ​ສ​ະ​ພາ, ໂດຍ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່່າວ​ສະ​ເໜີ ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ ຫວຽດ​ນາມ ຕໍ່​ກໍ​ລະ​ນີ​ໃນ​ເວ​ລາ​ຜ່ານ​ມາ, ຈີນ​ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ການ​ຫາ​ປາ​ແຕ່​ວັນ​ທີ 1 ພຶດ​ສະ​ພາ ຫາ​ວັນ​ທີ 16 ສິ່ງ​ຫາ, ຢູ່ບາງ​ບໍ​ລິ​ເວນ​ໃນ ​ທະ​ເລ​ຕາ​ເວັນ​ອອກ, ທ່ານນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ: ຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໄດ້​ຮັບ​ການ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ໃນຫຼາຍ​ປີ​ຜ່ານ​ມາ. ຫວຽດ​ນາມ ຮຽກ​ຮ້ອງ​ຈີນ​ເຄົາ​ລົບ​ນັບ​ຖື​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ໝູ່​ເກາະ​ເຈື່ອງ​ຊາ ສອດ​ຄ່ອງ​ກັບ​ກົດ​ໝາ​ຍ​ສາ​ກົນ, ກໍ່​ຄື​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດ​ສານ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ເຂດ​ທະ​ເລ​ໄດ້​ກຳ​ນົດ​ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ ສ​ປ​ຊ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982); ເຄົາ​ລົບ​ນັບ​ຖື​ສິດ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ ທີ່​ມີ​ການ​ເຄື່ອນ​ໄຫວ​ຖືກ​ຕ້ອງ​ຕາມກົດ​ໝາຍ​ຢູ່​ບັນ​ດາ​ເຂດ​ທະ​ເລ​ຂອງ ຫວຽດ​ນາມ ແລະ ບັນ​ດາ​ເຂດ​ທະ​ເລ​ຢູ່ນອກ​ສິດ​ອຳ​ນາດ​ສານ​ແຫ່ງ​ຊາດ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ UNCLOS 1982, ບໍ່​ມີ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ທະ​ເລ​ໂດຍ​ອີງ​ຕາມ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.