ກອງປະຊຸມລັດຖະມົນຕີຊາວໜຸ່ມ ແລະ ກິລາ ອາຊີຕາເວັນອອກສ່ຽງໃຕ້ ປີ 2026 ຖືກໄຂຂຶ້ນໃນວັນທີ 4 ພຶດສະພາ, ຢູ່ Bali, ອິນໂດເນເຊຍ. ກອງປະຊຸມມີຫົວຂໍ້ “ເພີ່ມທະວີການຮ່ວມມືຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ການທູດກິລາ ເພື່ອອະນາຄົດແບບຍືນຍົງ”, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການທູດກິລາ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນອະນາຄົດ. ສິ່ງດັ່ງກ່າວລວມທັງບົດບາດຂອງຄົນລຸ້ນໜຸ່ມ ດ້ວຍຖານະເປັນບັນດາການນຳກຳນົດທິດທາງພັດທະນາຂອງອາຊີຕາເວັນອອກສ່ຽງໃຕ້ໃນເວທີສາກົນ.
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານ Erick Thohir, ລັດຖະມົນຕີຊາວໜຸ່ມ ແລະ ກິລາ ອິນໂດເນເຊຍ ເນັ້ນໜັກວ່າ ອາຊີຕາເວັນອອກສ່ຽງໃຕ້ ມີກຳລັງບົ່ມຊ້ອນຫຼາຍພໍສົມຄວນເພື່ອສ້າງອະນາຄົດແບບຍືນຍົງຜ່ານການຮ່ວມມືຂ້າມຊາຍແດນ, ແລະ ການທ່ອງທ່ຽວກິລາ ແລະ ຂະແໜງອຸດສາຫະກຳກິລາ ພວມກາຍເປັນບັນດາພາກສ່ວນທີ່ຂາດບໍ່ໄດ້ຂອງການພັດທະນາເສດຖະກິດໃນອະນາຄົດ. ບັນດາວາລະປະຊຸມໃນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ເພີ່ມທະວີການຮ່ວມມື ແລະ ຮັກສາທ່ວງທ່າພັດທະນາຂອງພາກພື້ນເທົ່ານັ້ນ, ຫາກຍັງແກ້ໄຂບັນດາບູລິມະສິດທີ່ຫາກໍ່ພົ້ນເດັ່ນ, ລວມທັງສຸຂະພາບທາງຈິດ, ໂອກາດເຮັດວຽກ, ຈິດໃຈ startup, ທັກສະດີຈີຕອນ ແລະ ສຳຄັນທີ່ສຸດແມ່ນການມອບສິດໃຫ້ແກ່ຊາວໜຸ່ມ.
ຟ້າມຮ່າ - ນັກຂ່າວ VOV ປະຈຳ ຈາກາຕາ.





