ວັນ​ທີ 4 ພຶດ​ສະ​ພາ, ອົງ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ສາ​ກົນ Moody’s, ໄດ້​ຍົກ​ລະ​ດັບ​ແງ່​ຫວັງ​ຂອງ ຫວຍດ​ນາມ ຈາກ​ລະ​ດັບ “ເປັນ​ປົກ​ກະ​ຕິ” ຂຶ້ນ “ຕັ້ງ​ໜ້າ”, ຢັ້ງ​ຢືນ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ Ba2. Moody’s ຕີ​ລາ​ຄາ​ຄຸນ​ນະ​ພາບ​ລະ​ບອບ​ລະ​ບຽບ​ການ ແລະ ການ​ຄຸ້ມ​ຄອງ​ຂອງ ຫວຽດ​ນາມ ພວມ​ໄດ້​ຮັບ​ການ​ປັບ​ປຸງ ​ຢ່າງ​ຈະ​ແຈ້ງ​ຜ່ານ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ກົດ​ໝາຍ ແລະ ພາກ​ລັດທີ່ ​ເລີ່ມປະ​ຕິ​ບັດ​ແຕ່​ທ້າຍ​ປີ 2024. ອົງ​ການ​ Moody’s ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ສາ​ມາດ​ຟື້ນ​ຟູ​ຜ່ານ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແຮງ ແລະ ກະ​ແສ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ແບບ​ຍືນ​ຍົງ, ປັບ​ປຸ​ງ​ຖາ​ນະບົດ​ບາດໃນ​ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ. ເລື່ອງ​ຢັ້ງ​ຢືນ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ ຂອງ ຫວຽດ​ນາມ ຢູ່​ລະ​ດັບ Ba2 ສ່ອງ​ແສງ​ໃຫ້​ເຫັນ​ການ​ຕີ​ລາ​ຄາ​ຂອງ Moody’s ສຳ​ລັບ​ບັນ​ດາ​ທ່າ​ແຮງ​​ສຳ​ເນົາ​ເອ​ກະ​ສານ​ໄວ້​ວາງ​ໃຈຫຼັກ​​ຂອງ ຫວຽດ​ນາມ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ຢ່າງ​ໝັ້ນ​ຄົງ, ສືບ​ຕໍ່​ປັບ​ປຸງ​ລະ​ດັບ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ໃນ​ປັດ​ຈຸ​ບັນ​ຂອງ ຫວຽດ​ນາມ.