ຕອນຄ່ຳວັນທີ 4 ພຶດສະພາ, ກະຊວງປ້ອງກັນປະເທດ ສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ ລະບົບປ້ອງກັນອາກາດຂອງປະເທດນີ້ໄດ້ຕີສະກັດລູກສອນໄຟນຳວິຖີລູກປືນ 12 ລູກ, ລູກສອນໄຟມີປີກ 3 ລູກ ແລະ ເຮືອບິນບໍ່ມີຄົນຂັບ 4 ລຳ ທີ່ບິນຈາກດິນແດນ ອີຣານ. ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອຄຳສັ່ງຢຸດຍິງລະຫວ່າງ ອາເມລິກາ - ອີຣານ ມີຜົນສັກສິດໃນວັນທີ 8 ເມສາ, ອີຣານ ຍິງລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບໄປຍັງ UAE. ບັນດາບັ້ນບຸກໂຈມຕີດັ່ງກ່າວໄດ້ເຮັດໃຫ້ພົນລະເມືອງ ອິນເດຍ 3 ຄົນຖືກບາດເຈັບ ແລະ ກໍ່ໃຫ້ເກີດໄຟໄໝ້ຂະໜາດໃຫຍ່ຢູ່ທ່າກ່ຳປັ່ນນ້ຳມັນບໍ່ Fujairah.
ໃນຂະນະນັ້ນ, ຕອນຄ່ຳວັນທີ 04 ພຶດສະພາ, ໂທລະພາບແຫ່ງລັດ ອີຣານ ຢັ້ງຢືນວ່າ ບັນດາສິ່ງທີ່ເກີດຂຶ້ນຢູ່ທ່າກ່ຳປັ່ນ Fujairah ແມ່ນຜົນຕາມມາຂອງເລື່ອງກອງທັບ ອາເມລິກາບໍ່ເມີນເສີຍຕໍ່ຄຳກ່າວເຕືອນຂອງ ອີຣານ ແລະຕັ້ງໃຈຊອກຫາວິທີເປີດຊ່ອງທາງໄປມາໃຫ້ແກ່ກ່ຳປັ່ນລຳຕ່າງໆໄປຜ່ານຊ່ອງແຄບທະເລ Hormuz ແບບຜິດກົດໝາຍ.
ບາທີ - ນັກຂ່າວ VOV ປະຈຳ ອີຢິບ




