ງານ​ບຸນ​ເຂົ້າ​ໜົມພື້ນ​ເມືອງ​ພາກ​ໃຕ້​ຈັດ​ຂຶ້ນ​ ແຕ່​ວັນ​ທີ 26 ເມ​ສາ ຫາ​ວັນ​ທີ 1 ພຶດ​ສ​ພາ ຢູ່​ສະ​ໜາມຫຼວງ ບິ່ງ​ທຸ໋ຍ ນະ​ຄອນ ເກິ່ນ​ເທີ ເຊິ່ງບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຮູບ​ພາບ​ທີ່​ມີ​ຊີ​ວິດ​ຊີ​ວາ ກ່ຽວ​ກັບ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ເຂດ​ພາກ​ຕາ​ເວັນ​ຕົກ ຈາກ ວັດ​ຖຸ​ດິບ​ທີ່​ຖືກ​ຂາຍ​ຢູ່​ຕະຫຼາດ​ທ້ອງ​ຖິ່ນ ເຂົ້າ​ໜົມ 200 ຊະ​ນິດ ໄດ້​ນຳ​ມາ​ເຕົ້າ​ໂຮມ​ຢູ່​ໃນ​ງານ​ບຸນ ອັນ​ໄດ້​ສ້າງ​ເລື່ອງ​ລາວ​ກ່ຽວ​ກັບ​ພະ​ລັງ​ຊີ​ວິດ ຂອງ​ອາ​ຫານ​ພື້ນ​ເມືອງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຍຸກ​ທັນ​ສະ​ໄໝ.

ນັບ​ແຕ່​ຮຸ່ງ​ເຊົ້າ​ບັນ​ຍາ​ກາດ​ງານ​ບຸນ​ໄດ້​ຟົດ​ຟື້ນມ່ວນ​ຊື່ນ ​ໃນ​ທ່າມ​ກາງ​ກິ່ນ​ຫອມ​ແຜ່​ກະ​ຈາຍ​ຈາກ​ບັນ​ດາ​ຮ້ານ​ເຂົ້າ​ໜົມ​ພື້ນ​ເມືອງ. ເຂົ້າ​ໜົມ​ນັບ 100 ຊະ​ນິດ ໄດ້​ຮັບ​ການ​ແນະ​ນຳ​ຈາກ​ບັນ​ດາ​ເຂົ້າ​ໜົມ​ຊະ​ນິດ​ທີ່​ລື້ງ​ເຄີຍ​ຄື ບັ໊ຍ​ບໍ່, ບັ໊ນ​ແສ່ວ, ບັ໊ນ​ເປ໊ຍ… ​ຕະ​ລອດ​ຮອດ​ເຂົ້າ​ໜົມ​ຊະ​ນິດ​ພິ​ເສດ​ສະ​ເພາະ​ຂອງ​ອາ​ຫານ​ພາກ​ຕາ​ເວັນ​ຕົກ. ເຂົ້າ​ໜົມ​ແຕ່​ລະ​ຊະ​ນິດ ກໍ່​ລ້ວນ​ແຕ່​ມີ​ເລື່ອ​ງ​ລາວຈຸດວັດ​ທະ​ນະ​ທຳ​ພິ​ເສດ​ສະ​ເພາະ​ສ່ອງ​ແສງ​ຄວາມຫຼາກຫຼາຍ​ສີ​ສັນ ແລະ ຫົວ​ຄິດ​ປະ​ດິດ​ສ້າງໃນການແຕ່ງ​ອາ​ຫານ​ຂອງ​ຊາວ​ພາກ​ໃຕ້. ແບ່ງ​ປັນ​ກ່ຽວ​ກັບບົດ​ຮຽນ​ກວ່າ 40 ປີ ທີ່​ເຮັດ​ເຂົ້າ​ໜົມ​ພື້ນ​ເມືອງ, ນາງ ເລິມ​ທິ​ອີ໊ຖ້ຽວ ຢູ່​ຕາ​ແສງ ບິ່ງ​ທຸ໋ຍ ນະ​ຄອນ ເກິ່ນ​ເທີ ໃຫ້​ຮູ້​ວ່າ:

“ນຳ​ໃຊ້​ແປ້ງ​ເຂົ້າ​ສີ​ສັນ​ປະ​ເພ​ນີ ແມ່ນ​ນຳ​ໃຊ້​ແປ້ງ​ຂີ້​ໜິ້ນ ແລະ ມີ​ສີ​ຕ່າງ​ໆ​ຈາກ​ໃບ​ໄມ້​ຕື່ມ​ອີກ ເພື່ອ​ເຮັດ​ໃຫ້​ມັນ​ເພີ່ມ​ຄວາມ​ງາມ. ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ສະ​ບາຍ​ໃຈ ເມື່ອ​ຮັບ​ປະ​ທານກໍ່​ຍ້ອງ​ທີ່​ສຸດ”.

ດ້ວຍ​ສອງ​ຝາ​ມື​ອັນ​ຄ່ອງ​ແຄ້ວ, ບັນ​ດາ​ນັກ​ສິ​ລະ​ປະ​ການ​ໄດ້​ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວຜູ້​ມາ​ຢ້ຽມ​ຊົມ​ຮູ້​ວິ​ທີ​ເຮັດ​ເຂົ້າ​ໜົມ​ພື້ນ​ເມືອງ​ພາກ​ໃຕ້. ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົ້າຮ່ວມ​ງານ​ບຸນ ​ນັກ​ສິ​ລະ​ປະ​ການ ຟ້າມ​ທູ​ທຸ໊ຍ ຢູ່​ຕາ​ແສງ ລັອງ​ໝີ ນະ​ຄອນ ເກິ່ນ​ເທີ ພວມຫ້າງ​ຫາ​ກະ​ກຽ​ມ​ວັດ​ຖຸ​ດິບ ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວມາ​ຄົ້ນ​ຫາ​ເຮັດ ບັ໊ນ​ບົງ​ລານ​ໄສ້​ໝາກ​ນັດ​ຕົວ​ຈິງ. ນາງ ທຸ໋ຍ ໃຫ້​ຮູ້​ວ່າ:
“​ປ່ຽນ​ແປງ​ໃໝ່ ເພື່ອ​ທັງ​ແນະ​ນຳ​ໝາກ​ນັດ ທັງ​ແນະ​ນຳ​ກ່ຽວ​ກັບ​ເຂົ້າ​ໜົມ. ແຕ່​ລະ​ຄົນ​ກໍ່​ມີ​ສູດ​ແຕກ​ຕ່າງ​ກັນ. ສະ​ເພາະ​ຂ້າ​ພະ​ເຈົ້າ​ກໍ່​ວາງ​ຂອບ​ເຂົ້າ​ໜົມ​ເທິງ​ຊາຍ ແລ້ວຈຶ່ງປີ້້້ງ, ເມື່ອ​ກິນກໍ່​ເປັນ​ຕາ​ແຊບ. ມີ​ກິ່ນ​ຫອມຈາກ​ທາງ​ໃນ​ສູ່​ທາງ​ເປືອກຂອງ​ເຂົ້າ​ໜົມ. ປັດ​ຈຸ​ບັນ​ເຂົ້ົ້າ​ໝົມໄດ້​ຮັບ​ການຢັ້ງ​ຢືນ​ລະ​ດັບ​ສາມ​ດາວ ແຕ່​ລະ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ OCOP.“

ເຂົ້າ​ໜົມນັບ 10 ຊະ​ນິດ​ທີ່​ແຕກ​ຕ່າງ​ກັນ ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​ບັນ​ດາ​ນັກ​ສິລະ​ປະ​ການ​ຢູ່​ກັບ​ທີ່ ເຊິ່ງ​ໄດ້​ເຮັດ​ໃຫ້ແຂກ​ທ່ອງ​ທ່ຽວ​ຍາກ​ທີ່​ຈະຫຼົງ​ລືມ​ໄດ້ ເມື່ອ​ເຂົ້າຮ່ວມ​ງານ​ບຸນ. ນອກ​ຈາກ​ໄດ້​ຮັບ​ປະ​ທານ​​ເຂົ້າ​ໜົມ​ຊະ​ນິດ​ຕ່າງໆ​ແລ້ວ ແຂກ​ທ່ອງທ່ຽວ​ຍັງໄດ້​ເຂົ້າ​ຮ່ວ​ມ​ເຮັດ​ເຂົ້າ​ໜົມ​ໂດຍ​ກົງ ພ້ອມ​ທັງ​ໄດ້​ຄົ້ນ​ຫາ​ຂັ້ນ​ຕອນ​ປຸງ​ແຕ່ງ​ເຂົ້າ​ໜົມ​ພື້ນ​ເມືອງ. ອ້າຍ​ ໂຮ່​ຄັກ​ເຢິດ ຢູ່​ຕາ​ແສງ ​ຫງອກ​ຈຸກ ຕາ​ແຂວງ ອານ​ຢາງ ​ແບ່ງ​ປັນ​ວ່າ

“ບັນ​ດາ​ອະ​ນຸ​ສອນ​ຄວາມ​ຊົງ​ຈຳ ເມື່ອ​ເຮົາ​ໄດ້​ຮັບ​ປະ​ທານກໍ່​ຮູ້​ສຶກ​ຄື​ໄດ້​ກັບ​ຄືນສູ່​ຄາວ​ເຍົາ​ໄວ. ເຂົ້າ​ໜົມຫຼາຍ​ຊະ​ນິດ​ທີ່​ເຮົາ​ໄດ້​ຮັບ​ປະ​ທານກໍ່​ມີ​ລົດ​ຫອມ​ຄື​ດັ່ງ​ຄາວ​ເຮົາ​ໄດ້​ເປັນ​ເດັກ​ນ້ອຍ​ໄດ້​ກິນ​ແລ້ວ”.

ງານ​ບຸນ​ມີ​ຮ້ານວາງ​ສະ​ແດງກວ່າ 300 ຮ້ານ ລວມ​ມີ​ເຂດ​ສະ​ຫງວນ​ໃຫ້​ເຂົ້າ​ໜົມ​ພື້ນ​ເມືອງ, ເຂດ OCOP, ເຂດ​ສິນ​ພິ​ເສດຂອງ​ແຕ່​ລະ​ທ້ອງ​ຖິ່ນ, ເຂດ​ງານ​ແຂ່​ງຂັນ​ປຸງ​ແຕ່ງ​ເຂົ້າ​ໜົມ​ພື້ນ​ເມືອງ… ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ສີ​ລະ​ປະ​ການ​ປະ​ດິດ​ສ້າງ​ຢ່າງບໍ່​ຢຸດຢັ້ງ ເພື່ອ​ແນະ​ນຳ​ເຂົ້າ​ໜົມ​ຊະ​ນິດ​ຕ່າງໆ​ທີ່​ລຽບ​ງ່າຍ​ ຍັບ​ເຂົ້າ​ໃກ້​ກັບ​ຜູ້​ບໍ​ລິ​ໂພກ. ທ່ານ ນາງ ຫງວຽນ​ທິ​ຫງອກ​ດຽບ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ​ເກິ່ນ​ເທີ ເນັ້ນ​ໜັກ​ວ່າ:

“ງານ​ບຸນ​ເຂົ້າ​ໜົມ​​ພື້ນ​ເມືອງພາກ​ໃຕ້​ຢູ່ ເກິ່ນ​ເທີ ບໍ່​ພຽງ​ແຕ່​​ເກັບຮັກ​ສາ​ວິນ​ຍານ​ບ້ານ​ເກີດ​ເມືອງນອນ​ໃນ​ເຂົ້າ​ໜົມ ແຕ່​ລະ​ກ້ອນ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ແຜ່​ກະ​ຈາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​​ອະ​ດີດ​ຕະ​ການ​ກັບປັດ​ຈຸ​ບັນ​ ແລະ ສີ​ສັນ​ພາກ​ຕາ​ເວັນ​ຕົກ​ກ້າວ​ໄປ​ໄກ​ເຖິງ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ”.

ເລື່ອງ​ລາວ​ກ່ຽວ​ກັບ​ຊາວ​ທ້ອງ​ຖິ່ນ, ດິນ​ແດນ​ພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ລຳ​ເຊ, ດ້ວຍ​ຄວາມ​ງາມ​ອັນ​ລຽບ​ງ່າຍ ແລະ ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ໄດ້​ຖືກ​ເລົ່າ​ຄືນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ໃກ້​ຊິດ​ສະ​ໜິດ​ສິ​ໜົມ​ຜ່ານ​ເຂົ້າ​ໜົມ​ແຕ່​ລະ​ກ້ອນ ເຊິ່ງ​ແມ່ນຫຼັກ​ຖານ​ທີ່​ມີ​ຊີ​ວິ​ຊີ​ວາ​ໃຫ້​ແກ່​ພະ​ລັງ​ຊີ​ວິດ​ອັນ​ແຮງ​ກ້າ ຂອງ​ບັນ​ດາ​ສິນ​ພິ​ເສດ​ພື້ນ​ເມືອງ​ຂອງ​ທ້ອງ​ຖິ່ນ.