VOV WorldVOV World
ຫວຽດນາມ-ຈີນ ພັດທະນາການຮ່ວມມື ຮອບດ້ານ
27/10/2014 09:59
(vovworld) –​​​​​​​​​ວັນ​ທີ 27/10, ຢູ່​ຮ່າ​ໂນ້ຍ, ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ແລະ ທ່ານ​ຢາງ​ເຈຍ​ຊຶ້ ກຳມະການ​ລັດຖະບານ​ຈີນ ​ໄດ້​ເປັນປະທານວາລະ​ປະຊຸມ​ຄັ້ງທີ 7 ຄະນະ​ກຳມະການຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍຫວຽດນາມ-​ຈີນ.
ຫວຽດນາມ-ຈີນ ພັດທະນາການຮ່ວມມື ຮອບດ້ານ
ທ່ານຫງວຽນຟູຈ້ອງຕ້ອນຮັບທ່ານຢາງເຈຍຊື້ (ພາບ: vov) (vovworld)-​​ຕອນ​ບ່າຍ​ວັນ​ທີ 27/10 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ ທ່ານ ຢາງ​ເຈຍ​ຊຶ້ກຳມະການ​ລັດຖະບານ​ຈີນ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ-ຈີນ ຢູ່ ຮ່າ​ໂນ້ຍ. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ຫມີ​ປາຍ​ຂອງ​ພັກ, ລັດ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ຈີນ ເປັນ​ສຳ​ຄັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ກຳ​ນົດ​ທິດ​ໃຫ້​ດີກວ່າ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ. ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ​ນ​ຊາງ ກໍ​ໄດ້​ຕ​ອ້ນ​ຮັບ​ທ່ານ ຢາງ​ເຈຍ​ຊຶ້. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ: ສອງ​ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ຈີນ. ທ່ານຢາງ​ເຈຍ​ຊຶ້ ຢືນ​ຢັນ ພັກ, ລັດ​ຈີນ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ການ​ຮ່​ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ.
TAG
Vovworld/vov/ຫວຽດນາມ-ຈີນ ວາລະປະຊຸມ/ຄະນະກຳມະການຊີ້ນຳ/ການຮ່ວມມື