ວາລະປະຊຸມທີ່ສະຫະປະຊາຊາດໃນວັນທີ 12/02/2020 (ພາບ: TTXVN ) |
ກ່າວຄໍາເຫັນທີ່ກອງປະຊຸມ, ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເໜັ້ນໜັກເຖິງການແກ້ໄຂສະພາບການບໍ່ມີເຮືອນຢູ່ ແມ່ນຮຽກຮ້ອງໃຫ້ມີກອບນິຕິກໍາ ແລະ ນະໂຍບາຍຢ່າງຮອບດ້ານ; ພ້ອມທັງຢັ້ງຢືນເຖິງບົດບາດສໍາຄັນຂອງລະບົບໜູນຊ່ວຍສັງຄົມ ອັນໄດ້ຊ່ວຍແກ້ໄຂສະພາບການດັ່ງກ່າວໃຫ້ມີປະສິດທິຜົນ; ແບ່ງປັນການໜູນຊ່ວຍສັງຄົມຂອງຫວຽດນາມ, ລວມທັງບັນດານະໂຍບາຍໜູນຊ່ວຍຕາໜ່າງພື້ນຖານທີ່ສະໜອງການບໍລິການໜູນຊ່ວຍສັງຄົມໃນທົ່ວປະເທດ.
ຜູ້ຕາງໜ້າຫວຽດນາມ ກໍຢັ້ງຢືນເຖິງຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເນັ້ນໜັກວ່າ ການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນສະທ້ອນໄປທົ່ວສັງຄົມ, ດັ່ງນັ້ນ, ປະຊາຊົນທຸກຄົນຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂ.
ຮຸຍຮວ່າງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອາເມລິກາ

ວາລະປະຊຸມທີ່ສະຫະປະຊາຊາດໃນວັນທີ 12/02/2020 (ພາບ: TTXVN




