ໃນຂອ​ບ​ເຂດການ​ໄປ​ປະ​ຕິ​ບັດ​ງານ​ພ້ອມ​ກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຮ່ວມ​ເດີນ​ທາງ​ນຳທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມວາ​ລະ​ປືກ​ສາ​ຫາ​ລື​ຂັ້ນ​ສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດ​ທີ 81, ວັນທີ 22 ກັນຍາ, ຢູ່ ນິວຢອກ, ທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດ​ນາມ ໄດ້​ວຽກ​ກັບ​ການ​ນຳສະຫະປະຊາຊາດ ແລະ ຜູ້ຕາງໜ້າບໍລິສັດ ອ​າ​ເມ​ລິ​ກາ ຈຳ​ນວນ​ໜຶ່ງ.

ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Jean-Pierre Lacroix, ຮອງ​ເລ​ຂາ​ທິ​ການ​ໃຫຍ່ສະຫະປະຊາຊາດ ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ, ສອງຝ່າຍໄດ້ແລກ​ປ່ຽນກ່ຽວກັບການ​ເພີ່ມ​ທະ​ວີການເຂົ້າຮ່ວມຂອງ ຫວຽດນາມ ໃນກຳລັງຕຳຫຼວດຮັກສາສັນຕິພາບ ສະຫະປະຊາຊາດ.

ທີ່ພົບປະກັບ​ທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ ຮັບ​ຜິດ​ຊອບ​ດ້ານ​ເຕັກ​ໂນ​ໂລ​ຊີ, ທ່ານລັດຖະມົນຕີ ເລືອງຕາມກວາງ ສະ​ເໜີໃຫ້ສະຫະປະຊາຊາດ​​ຮ່ວມ​ເດີນ​ທາງຜົນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ ຮ່າໂນ້ຍ ໃຫ້​ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້ການນຳໃຊ້ປັນຍາປະດິດ​ໂດຍ​ມີ​ຄວາມ​ຮັບ​ຜິດ​ຊອບໃນການ​ປະ​ຕິ​ບັດກົດໝາຍ...

ໃນ​ວັນດຽວກັນ, ​ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ກໍ່ໄດ້ຕ້ອນຮັບຜູ້ຕາງໜ້າຈາກກອງທຶນລົງທຶນ BlackRock, ​ກຸ່ມ​ບໍ​ລິ​ສັດ Cantor Fitzgerald, The Asia Group ແລະ AMECOM.