​ທີ່​ການ​ຕ້ອນ​ຮັບ​, ທ່ານ​​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ ຢັ້ງ​ຢືນ​ວ່າ​: ອາ​ເມລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດແຖວ​ໜ້າ​ຂອງ ຫວຽດ​ນາມ​. ພ້ອມ​ທັງ​ ປາດ​ຖະ​ໜາຢາກ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ການ​ຄ້າ​ຕາມ​ທິດ​ສົມ​ດຸນ​, ມີສະ​ຖຽນ​ລະ​ພາບ​, ໝັ້ນ​ຄົງ​, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ບັນ​ຫາທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ເຈລະ​ຈາ​, ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນ​ຍາ​ການ​ຄ້າ​ສົມ​ທົບ​ໂດຍ​ໄວ​, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​.

​ສ່ວນ​ທ່ານ ຮູ່ງ​ກາວ​, ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທະ​ຫານ​ເຮືອ ອາ​ເມລິ​ກາ ຢັ້ງ​ຢືນ​ວ່າ​: ອາ​ເມລິ​ກາ ສະ​ໜັນ​ສະ​ໜູນ​ປະ​ເທດ ຫວຽດ​ນາມ ເຂັ້ມ​ແຂງ​, ເອ​ກະ​ລາດ​, ສ້າງຄວາມເຂັ້ມແຂງດ້ວຍຕົນ​ເອງ ແລະ ວັດ​ທະ​ນາ​ຖາ​ວອນ​, ສວມ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພາກ​ພື້ນ​. ທ່ານຖື​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດເສດ​ຖະ​ກິດ​, ການ​ຄ້າ​, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ແລະ ການປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ແມ່ນໃຫຍ່ຫຼວງທີ່ສຸດ​. ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ​, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​, ການໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​, ການຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​...

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ​, ຢູ່ ​ນິວ​ຢອກ​, ທ່ານ​ພົນ​ເອກ ຟານ​ວັນ​ຢາງ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ກໍ່​ໄດ້​ພົບ​ປະ​ກັບ ​ທ່ານ ຮູ່ງ​ກາວ​, ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທະ​ຫານ​ເຮືອ ອາ​ເມລິ​ກາ ເຊັ່ນ​ດຽວ​ກັນ.

Viet Cuong