(ພາບ: REUTERS/Kylie Cooper)
ວັນທີ 22 ກັນຍາ, ຢູ່ນອກວາລະປຶກສາຫາລືຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ, ອາເມລິກາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພ້ອມກັບ ທ່ານນາງ Mette Frederiksen, ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ Jens-Frederik Nielsen ຜູ້ວ່າການລັດ ກຣີນແລນ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະວີການມີໜ້າດ້ານການທະຫານຢູ່ ກຣີນແລນ, ຜ່ານນັ້ນ ກໍ່ອາດຈະແກ້ໄຂສະພາບການບໍ່ມີທາງອອກກ່ຽວຂ້ອງເຖິງເກາະທີ່ມີແຮ່ທາດອຸດົມສົມບູນ ແລະ ມີທີ່ຕັ້ງຍຸດທະສາດນີ້.
ກ່າວຄຳເຫັນກ່ອນຈັດພິທີລົງນາມ, ທ່ານປະທານາທິບໍດີ Trump ໄດ້ຖະແຫຼງວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ນຳ "ສິດຄວບຄຸມຍາວນານສຳລັບຄວາມໝັ້ນຄົງ ແລະ ທຸກຄວາມຕ້ອງການອື່ນໆຢູ່ເຂດດິນແດນນີ້" ມາໃຫ້ ອາເມລິກາ.
ເຖິງຢ່າງໃດກໍ່ຕາມ, ຕາມຝ່າຍ ແດນມາກ, ຂໍ້ຕົກລົງດັ່ງກ່າວບໍ່ໄດ້ໝາຍຄວາມວ່າ ກຣີນແລນ ມອບໂອນອະທິປະໄຕໃຫ້ແກ່ ອາເມລິກາ. ຂໍ້ຕົກລົງຍັງຕ້ອງຜ່ານບັນດາລະບຽບການທີ່ຈຳເປັນຢູ່ສະພາແຫ່ງຊາດ ແດນມາກ ແລະ ອົງການນິຕິບັນຍັດ ກຣີນແລນ ກ່ອນທີ່ຈະສາມາດປະຕິບັດໄດ້.






