(ພາບ: REUTERS/Ramadan Abed)
ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິດສະຖານ, ຕວກກີ ແລະ ຊະອຸດີ ອາຣາເບຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຄຳໝັ້ນສັນຍາໄລຍະທຳອິດຂອງແຜນການກ່ຽວກັບ ກາຊາ ຢ່າງຄົບຖ້ວນ, ພ້ອມກັນນັ້ນຊຸກຍູ້ແຜນການຜັນຂະຫຍາຍໄລຍະທີສອງ ເພື່ອຮັກສາຄຳສັ່ງຢຸດຍິງ, ຫຼຸດຜ່ອນສະພາບມະນຸດສະທຳ ແລະ ກ້າວໄປເຖິງການຟື້ນຟູ, ສ້າງສາເຂດ ກາຊາ ຄືນໃໝ່.
ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 22 ກັນຍາ, ຢູ່ ນິວຢອກ (ອາເມລິກາ) ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81. ໃນຖະແຫຼງການຮ່ວມ, ບັນດາລັດຖະມົນຕີໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳທີ່ສືບຕໍ່ປະສົບກັບຄວາມຫຍຸ້ງຍາກຢູ່ ກາຊາ, ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ ອິດສະຣາແອນ ປະຕິບັດຄຳໝັ້ນສັນຍາທີ່ຍັງເຫຼືອໃນໄລຍະທຳອິດ ຂອງແຜນໃນທັນທີ, ໃນນັ້ນ ລວມມີການຮັບປະກັນການສະໜອງການໜູນຊ່ວຍ ມະນຸດສະທຳ ແລະ ວັດຖຸອຸປະກອນຟື້ນຟູ ໄດ້ປະຕິບັດຢ່າງປອດໄພ, ວ່ອງໄວ ແລະ ບໍ່ຖືກກີດຂວາງ, ກໍ່ຄືສ້າງເງື່ອນໄຂໃນການຟື້ນຟູບັນດາພື້ນຖານໂຄງລ່າງທີ່ຈຳເປັນ.






