ງານບຸນ Rija Nagar ຢູ່ເຂດບ້ານ ຈຳເຟືອກຮຶວ, ແຄງຮວ່າ
22/04/2026 09:57
[VOVWORLD] - ນັບແຕ່ກາງເດືອນ ເມສາ, ມີຫຼາຍບ້ານ ຈຳ ຢູ່ທາງທິດໃຕ້ພາກກາງ ໄດ້ກ້າວເຂົ້າສູ່ງານບຸນ Rija Nagar, ເປີດສາກໃຫ້ຕົ້ນປີໃໝ່ຕາມປະຕິທິນ ຈຳ.

260422 am 10_0.jpg (ງານບຸນ Rija Nagar, ເປີດສາກໃຫ້ຕົ້ນປີໃໝ່ຕາມປະຕິທິນ ຈຳ) ຢູ່ຕາແສງ ເຟືອກຮຶວ, ແຂວງ ແຄງຮວ່າ, ບ້ານ ຈຳ ແຕ່ລະບ້ານໄດ້ປະຕິບັດພິທີຫຼັກໆໃນ 2 ວັນ ດ້ວຍບັນດາພິທີກຳຖະຫວາຍບູຊາທີ່ເປັນມູນເຊື້ອ, ເຖິງຢ່າງໃດກໍ່ຕາມ ເວລາຈັດງານບຸນຂອງບັນດາບ້ານອາດຈະມີຄວາມແຕກຕ່າງກັນ. ງານບຸນ Rija Nagar ແມ່ນແຫ່ງເກັບຮັກສາຫຼາຍຮູບແບບສະແດງສິລະປະພື້ນເມືອງທີ່ເປັນເອກະລັກສະເພາະຂອງປະຊາຄົມຊາວເຜົ່າ ຈຳ. ບັນດາລາຍການສະແດງໄດ້ວາດພາບຄືນການດຳລົງຊີວິດ ແລະ ການອອກແຮງງານຂອງຊາວເຜົ່າ ຈຳ ຢ່າງມີຊີວິດຊີວາ, ຈາກຮູບພາບເປ້ກະພາເຂົ້າ, ໄຖນາ, ຕ່ຳແຜ່ນແພ ຕະຫຼອດຮອດບັນດາວາດຟ້ອນພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນຊົນເຜົ່າ. ພະພິຂຸ ລຶວແຊັງແທັງ, ຕາແສງ ເຟືອກຮຶວ, ແຂວງ ແຄງຮວ່າ, ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ພັກ ແລະ ລັດໄດ້ເອົາໃຈໃສ່ເປັນພິເສດເຖິງນະໂຍບາຍວັດທະນະທຳຂອງຊາວເຜົ່າ. ພວກຂ້າພະເຈົ້າປາດຖະໜາວ່າ ງານບຸນ Rija Nagar ຈະໄດ້ນຳເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ”.
TAG
VOV/VOVWORLD/ພະພິຂຸ/ແຮງງານ/ຊາວເຜົ່າ
Related
More





