ອີຣັກ ກຳນົດວັນເວລາເລືອກຕັ້ງປະທານາທິບໍດີ
26/01/2026 09:07
(VOVWORLD) - ຄາດວ່າ, ວັນທີ 27 ມັງກອນ, ສະພາແຫ່ງຊາດ ອີຣານ ຈະຈັດກອງປະຊຸມເພື່ອເລືອກຕັ້ງປະທານາທິບໍດີ, ຫຼັງຈາກນັ້ນຈະແຕ່ງຕັ້ງນາຍົກລັດຖະມົນຕີ, ຄາດວ່າຈະແມ່ນທ່ານ Nouri Al-Maliki.

ຕາມທຳນຽມຂອງ ອີຣັກ, ປະທານາທິບໍດີແມ່ນຊາວ Kurd, ນາຍົກລັດຖະມົນຕີແມ່ນຊາວມຸດສະລິມນິກາຍ Shitte ແລະ ປະທານາທິບໍດີແມ່ນຊາວ ມຸດສະລິມນິກາຍ Sunni. ບັນຊີຊາຍຊື່ເລືອກຕັ້ງປະທານາທິບໍດີຄັ້ງນີ້ລວມຜູ້ສະໝັກຮັບເລືອກຕັ້ງ 18 ທ່ານ. ລັດຖະທຳມະນູນ ອີຣັກ ກຳນົດວ່າ ກອງປະຊຸມສະພາແຫ່ງຊາດເລືອກຕັ້ງປະທານາທິບໍດີຕ້ອງມີການເຂົ້າຮ່ວມຢ່າງໜ້ອຍສຸດ 2/3 ຈຳວນສະມາຊິກ (220 ໃນຈຳນວນ 329 ສະມາຊິກລັດຖະສະພາ). ຜູ້ໄດ້ຮັບໄຊຊະນະຮອບທຳອິດຖ້າໄດ້ຮັບບັດເລືອກຕັ້ງ 2/3 ຈຳນວນບັດ. ຖ້າບໍ່ມີຜູ້ໃດຮັບໄດ້ບັດເລືອກຕັ້ງຢ່າງພຽງພໍ, ການປ່ອນບັດຮອບທີ 2 ຈະໄດ້ຈັດຂຶ້ນລະຫວ່າງຜູ້ສະໝັກຮັບເລືອກຕັ້ງນຳໜ້າ. ຜູ້ສະໝັກຮັບເລືອກຕັ້ງໃດຮັບບັດເລືອກຕັ້ງ 51% ຈະແມ່ນຜູ້ຮັບໄຊຊະນະ. ປະທານາທິບໍດີຈະມີເວລາ 15 ວັນເພື່ອແຕ່ງຕັ້ງນາຍົກລັດຖະມົນຕີ.
TAG
VOV/VOVworld/ມຸດສະລິມ/ນິກາຍ/ເລືອກຕັ້ງ
Related
More



.jpg)

