ອິນເດຍ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມື ກັບໄພທຳມະຊາດຢ່າງວ່ອງໄວ
23/08/2012 07:10
ວັນທີ 22/8, ຄະນະເລຂາສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ (SAARC) ມີສຳນັກງານຕັ້ງຢູ່ນະຄອນຫລວງ Kathamandu ຂອງ Nepal ໃຫ້ຮູ້ວ່າ: ອິນເດຍ ໄດ້ກາຍເປັນປະເທດທຳອິດ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມືກັບໄພທຳມະຊາດຢ່າງວ່ອງໄວ
ທ່ານ Jaideep Mazumdar ອູປະທູດຊົ່ວຄາວສະຖານທູດ ອິນເດຍ ປະຈຳ Nepal ພາບ:vietnamplus.vn (vovworld) - ວັນທີ 22/8, ຄະນະເລຂາສະຫະສະມາຄົມການຮ່ວມມືພາກພື້ນ ອາຊີໃຕ້ (SAARC) ມີສຳນັກງານຕັ້ງຢູ່ນະຄອນຫລວງ Kathamandu ຂອງ Nepal ໃຫ້ຮູ້ວ່າ: ອິນເດຍ ໄດ້ກາຍເປັນປະເທດທຳອິດ ໃຫ້ສັດຕະຍາບັນສົນທິສັນຍາ SAARC ກ່ຽວກັບການຮັບມືກັບໄພທຳມະຊາດຢ່າງວ່ອງໄວ. ທ່ານ Jaideep Mazumdar ອູປະທູດຊົ່ວຄາວສະຖານທູດ ອິນເດຍ ປະຈຳ Nepal ໄດ້ສົ່ງເອກະສານສະບັບຕົ້ນໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວເຖິງທ່ານເລຂາທິການໃຫຍ່ SAARC Ahmed Saleem . ໃນແຈ້ງການສະບັບຫນຶ່ງອອກໃນວັນດຽວກັນ, ທ່ານ Ahmed Saleem ຊົມເຊີຍເລື່ອງລັດຖະບານ ອິນເດຍ ໄດ້ກາຍເປັນປະເທດທຳອິດໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວກ່ຽວກັບການຮັບມືກັບໄພທຳມະຊາດຢ່າງວ່ອງໄວ ແລະ ສະແດງຄວາມປາດຖະຫນາວ່າ: ບັນດາປະເທດອື່ນຈະໃຫ້ສັດຕະຍາບັນສົນທິສັນຍານີ້ໂດຍໄວ.
TAG
ອິນເດຍ
Related







