ຜູ້ແຫ່ຂະບວນປະທ້ວງທັບມ້າງຢູ່ Minneapolis ອາເມລິກາ (ພາບ: TTXVN) |
ໂດຍກ່ຽວຂ້ອງເຖິງເຫດໃນວັນທີ 25 ພຶດສະພາ , ມີຕຳຫຼວດຜິວຂາວຄົນໜຶ່ງຢູ່ນະຄອນ Mineapolis ໄດ້ສັງຫານ ທ້າວ George Floyd ໂດຍເປັນຊາວອາເມລິກາເຊື້ອສາຍອາຟຼິກກາ ມີອາຍຸ 46 ປີ, ໃນຊຸມວັນຜ່ານມາ, ບັນດາການແຫ່ຂະບວນປະທ້ວງຄັດຄ້ານການໃຊ້ຄວາມຮຸນແຮງຄໍ່ຄົນຜິວດຳ ບໍ່ພຽງແຕ່ເກີດຂຶ້ນຢູ່ ນະຄອນ Mineapolis ເທົ່ານັ້ນ, ຫາກຍັງໄດ້ແຜ່ລາມອອກສູ່ບັນດານະຄອນ, ລັດຕ່າງໆຂອງອາເມລິກາອີກດ້ວຍ. ໃນຕອນຄ່ຳວັນທີ 29 ພຶດສະພາ, ທຳນຽບຂາວຖືກປິດລ້ອມໃນໄລຍະສັ້ນ ພາຍຫຼັງ ທີ່ບັນດາການແຫ່ຂະບວນປະທ້ວງສືບຕໍ່ແຜ່ລາມເຖິງວໍຊິງຕັນ ດີຊີ, ນະຄອນ Atlanta ຂຶ້ນກັບລັດ Georgia ແລະ ນະຄອນ New Yord.







