ທ່ານ Ayatollah Seyed Mojtaba Khamenei ກໍຊີ້ແຈ້ງວ່າ ເຕເຮຣານ ຈະຮັບປະກັນຄວາມສະຫງົບຂອງ ອ່າວ ເປີເຊຍ ແລະ ບໍ່ປະໃຫ້ບັນດາກຳລັງເປັນປໍລະປັກສວຍໃຊ້ເສັ້ນທາງທະເລນີ້. ຕາມການນຳສູງສຸດ ອີຣານ ແລ້ວ, ສັງກາດໃໝ່ຢູ່ເຂດອ່າວ ເປີເຊຍ ຈະພຽງແຕ່ສະຫງວນໃຫ້ແກ່ຄວາມກ້າວໜ້າ, ວັດທະນະຖາວອນຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ແຕ່ບໍ່ມີ ອາເມລິກາ.
ກໍໃນວັນດຽວກັນ, ໃນຖະແຫຼງການສະບັບໜຶ່ງ, ທ່ານປະທານາທິບໍດີ ອີຣານ Masoud Pezeshkian ຢັ້ງຢືນວ່າ ທຸກຄວາມມານະພະຍາຍາມທີ່ຈັດວາງຄຳສັ່ງປິດລ້ອມ ຫຼື ຈຳກັດການເດີນເຮືອສຳລັບປະເທດນີ້ “ລ້ວນແຕ່ຜິດກົດໝາຍສາກົນ… ແລະ ແນ່ນອນວ່າ ຈະຖືກປະລາໄຊ”; ພ້ອມທັງກ່າວເຕືອນບັນດາຄຳສັ່ງປິດລ້ອມຂອງ ອາເມລິກາ ຈະ “ທຳລາຍຄວາມສະຖຽນລະພາບອັນຍາວນານຢູ່ເຂດອ່າວ ເປີເຊຍ”.





