ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງຍາມໃດກໍ່ແມ່ນບຸລະມະສິດ ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ການຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ຂອງທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ ແຕ່ວັນທີ 8-10 ຕຸລາ ຈະສືບຕໍ່ປັບປຸງການພົວພັນກັບສອງປະເທດ, ພ້ອມທັງເປີດຄວາມສາມາດບົ່ມຊ້ອມການຮ່ວມມືຕື່ມອີກ, ນຳບັນດາຄຳໝັ້ນສັນຍາຂັ້ນສູງກາຍເປັນບັນດາໝາກຜົນລະອຽດ, ແທດຈິງໃຫ້ແກ່ການພັດທະນາ.
ນີ້ແມ່ນການຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃນຖານະຕຳແໜ່ງໃໝ່ ຊື່ງໄດ້ດຳເນີນໄປໃນສະພາບການທັງສາມປະເທດຢືນຢູ່ຕໍ່ໜ້າບັນດາຄຳຮຽກຮ້ອງໃໝ່ກ່ຽວກັບການພັດທະນາ, ການເຊື່ອມຕໍ່ກັບພາກພື້ນ ແລະ ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ໝັ້ນຄົງ.
ການສະໜິດຕິດພັນຍຸດທະສາດ
ຫວຽດນາມ, ລາວ ແລະ ກຳປູເຈຍ ມີທີ່ຕັ້ງພູມສາດຕິດກັນ, ພ້ອມກັນແບ່ງປັນພື້ນທີ່ ແລະ ບັນດາຜົນປະໂຫຍດລວມກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ສຳລັບ ລາວ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຄຸ້ມຄອງເຂດຊາຍແດນ ມີຄວາມໝາຍໂດຍກົງ ສຳລັບ ສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ. ທ່ານ ຫງວຽນມິນເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢືນຢັນວ່າ:
ລາວ ເສີມຂະຫຍາຍທີ່ຕັ້ງໃຈກາງເຊື່ອມຕໍ່ຂອງພາກພື້ນ, ຫວຽດນາມ ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບຕະຫຼາດ, ຄວາມສາມາດຜະລິດ ແລະ ປະຕູອອກສູ່ທະເລ; ທັງສອງປະເທດພ້ອມກັນເຂົ້າຮ່ວມບັນດລະບົບຕ່ອງໂສ້ການຜະລິດ, ການສະໜອງ ແລະ ມູນຄ່າຂອງພາກພື້ນຢ່າງເລິກເຊິ່ງກວ່າ. ຫຸ້ນສ່ວນຍຸດທະສາດບໍ່ພຽງແຕ່ຢຸດຢູ່ການຮ່ວມເດີນທາງດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນການປະສົມກົມກຽວຢ່າງແໜ້ນແຟ້ນກ່ຽວກັບຜົນປະໂຫຍດແຫ່ງຊາດອີກດ້ວຍ. ຕາມນັ້ນແລ້ວ, ຄວາມວັດທະນາຖາວອນ ແລະ ການພັດທະນາຂອງປະເທດນີ້ ແມ່ນກຳລັງແຮງ, ແມ່ນຖານຊຸກຍູ້ການພັດທະນາຂອງປະເທດນັ້ນ.
ໃນລະດັບກວ້າງກວ່າ, ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ພ້ອມກັນແບ່ງປັນຜົນປະໂຫຍດ ໃນການປັບປຸງການເຊື່ອມຕໍ່ອະນຸພາກພື້ນແມ່ນ້ຳຂອງ ແລະ ສ້າງປະຊາຄົມ ອາຊຽນ ແຫ່ງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຫວຽດນາມ, ລາວ ແລະ ກຳປູເຈຍ ພວມນອນໃນເຂດພັດທະນາທີ່ມີຫຼາຍຜົນປະໂຫຍດສະຫຼັບກັນ.
ສ້າງກຳລັງຜັກດັນໃໝ່ໃຫ້ແກ່ການພົວພັນຮ່ວມມື
ໃນສະພາບການເສດຖະກິດໂລກມີການຜັນແປຢ່າງໄວວານັ້ນ, ການແກ່ງແຍ້ງຍຸດທະສາດໄດ້ເພີ່ມຂຶ້ນ, ການສະໜິດຕິດພັນນັ້ນຍິ່ງມີຄວາມໝາຍ, ຫວຽດນາມ, ລາວ ແລະ ກຳປູເຈຍ ລ້ວນແຕ່ຕ້ອງການສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ; ຕ້ອງການເປີດກວ້າງການພົວພັນການຕ່າງປະເທດ, ຫັນຄູ່ຮ່ວມມືເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄວາມສາມາດເປັນເຈົ້າການ, ກຳລັງຕ້ານທານຂອງແຕ່ລະພື້ນຖານເສດຖະກິດ. ສິ່ງດັ່ງກ່າວໄດ້ວາງບັນດາຄຳຮຽກຮ້ອງນຳການພົວພັນຮ່ວມມືກ້າວເຂົ້າສູ່ໄລຍະໃໝ່: ຈາກພື້ນຖານການເມືອງທີ່ໝັ້ນຄົງ ຕະຫຼອດຮອດບັນດາຜົນປະໂຫຍດເສດຖະກິດອັນລະອຽດ; ຈາກການຮ່ວມມືໃນແຕ່ລະຂົງເຂດ ຕະຫຼອດຮອດການເຊື່ອມຕໍ່ບັນດາພື້ນທີ່ພັດທະນາ.
ສຳລັບ ລາວ, ຄຳຮຽກຮ້ອງແມ່ນເຮັດແນວໃດເພື່ອໃຫ້ລະດັບຄວາມສະໜິດຕິດພັນພິເສດດ້ານການເມືອງໄດ້ຮັບການສ່ອງແສງທີ່ສົມກັບປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ ແລະ ການສະໜິດຕິດພັນລະຫວ່າງສອງພື້ນຖານເສດຖະກິດກວ່າອີກ. ທ່ານເອກອັກຄະລັດຖະທູດ ຫງວຽນມິນເຕີມ ຖືວ່າ:
ຄຳຮຽກຮ້ອງໄດ້ວາງອອກນັ້ນແມ່ນ ເຮັດແນວໃດເພື່ອລະດັບການສະໜິດຕິດພັນພິເສດດ້ານການເມືອງໄດ້ສ່ອງແສງສົມກັບປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ ແລະ ການສະໜິດຕິດພັນລະຫວ່າງສອງພື້ນຖານເສດຖະກິດກວ່າອີກ. ເລື່ອງ “ຫຸ້ນສ່ວນຍຸດທະສາດ” ໃນໄລຍະຈະມາເຖິງຈະນັບມື້ນັບໄດ້ຫັນເປັນລະອຽດກວ່າ ໃນເລື່ອງສອງພື້ນຖານເສດຖະກິດເພີ່ມເຕີ່ມໃຫ້ແກ່ກັນ, ບັນດາໂຄງການລວມສ້າງເປັນມູນຄ່າ ແລະ ຜົນປະໂຫຍດໃຫ້ແກ່ ປຊຊ, ວິສາຫະກິດສອງປະເທດ.
ດັ່ງນັ້ນ, ສິ່ງທີ່ໜ້າສົນໃຈໃນການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ນອນໃນການພົບປະເຈລະຈາຄັ້ງຕ່າງໆ ຫຼືຂໍ້ຕົກລົງສະບັບຕ່າງໆທີ່ໄດ້ເຊັນກັນເທົ່ານັ້ນ. ສິ່ງທີ່ສຳຄັນກວ່າ ນັ້ນແມ່ນຄວາມສາມາດຫັນບັນດາຄວາມເຫັນດີເຫັນພ້ອມດ້ານການເມືອງ ກາຍເປັນບັນດາການເຊື່ອມຕໍ່ໃໝ່, ບັນດາໂຄງການໃໝ່ ແລະ ຜົນປະໂຫຍດທີ່ລະອຽດກວ່າໃຫ້ແກ່ ປຊຊ, ວິສາຫະກິດ. ຍ້ອນວ່າ ໃນການພົວພັນ ຫວຽດນາມ-ລາວ-ກຳປູເຈຍ, ປະຫວັດສາດໄດ້ສ້າງພື້ນຖານ, ຄວາມໄວ້ເນື້ອເຊື່ອໃຈສ້າງເປັນຄວາມສະໜິດຕິດພັນ, ສ່ວນຜົນຜະໂຫຍດຈະສ້າງກຳລັງໜູນຕື່ມອີກ ເພື່ອໃຫ້ການຮ່ວມມືພັດທະນາໄປໃນໄລຍະຍາວນານ./.








