ການເຄື່ນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ
19/08/2012 09:25
ການເຄື່ນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດປະຊາຊົນຫວຽດນາມ
ງານພົບປະແລກປ່ຽນ ”ແບບຢ່າງຢູ່ຕາມຖະໜົນຫົວທາງ” ຄັ້ງທີ 13 (ພາບ: google.com.vn) (vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີ ແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (19/08/1945-19/08/2012), ຢູ່ບັບດາທ້ອງຖີ່ນໃນທົ່ວປະເທດໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຊົມເຊີຍ. ວັນທີ 18/8, ຢູ່ນະຄອນໂຮ່ຈີມິນ, ຕຳຫຼວດນະຄອນສົມທົບກັບຫໍວັດທະນະທຳແຮງງານ ແລະ ໂທລະພາບນະຄອນຈັດຕັ້ງງານພົບປະແລກປ່ຽນ ”ແບບຢ່າງຢູ່ຕາມຖະໜົນຫົວທາງ” ຄັ້ງທີ 13. ງານພົບປະແລກປ່ຽນເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ດີເດັ່ນໃນໝູ່ປະຊາຊົນຜູ້ອອກແຮງງານ ແລະ ກຳລັງຕຳຫຼວດນະຄອນ ທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພປະເທດຊາດ. ອ້າຍ Nguyen Van Minh, ຜູ້ໄດ້ຮັບນາມມະຍົດວ່າ ”ອັດສະວິນຢູ່ຕາມຖະໜົນຫົນທາງ”, ຜູ້ທີ່ເຄີຍເຂົ້າຮ່ວມການຈັບພວກປຸ້ນມາເປັນເວລາ 15 ປີ, ໃຫ້ຮູ້ວ່າ
TAG
ສະເຫຼີມສະຫຼອງ
Related







