ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການມໍລະດົກໂລກ ຂຶ້ນກັບ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ຖືກໄຂຂຶ້ນໃນວັນທີ 19 ກໍລະກົດ ຢູ່ນະຄອນ Busan (ສ.ເກົາຫຼີ), ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 3.000 ທ່ານມາຈາກບັນດາປະເທດສະມາຊິກ, ບັນດາອົງການສັງເກດການ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະ ວົງການນັກຮຽນຮູ້ ເພື່ອແນໃສ່ປຶກສາຫາລືບັນດາບັນຫາກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Khaled El-Enany ຜູ້ອຳນວຍການໃຫຍ່ UNESCO ໄດ້ເນັ້ນໜັກວ່າ ມໍລະດົກໂລກບໍ່ພຽງແຕ່ແມ່ນຂີດໝາຍຂອງອະດີດຕະການເທົ່ານັ້ນ ຫາກຍັງແມ່ນແຫຼ່ງບັນດານໃຈໃຫ້ແກ່ປັດຈຸບັນ ແລະ ອະນາຄົດອີກດ້ວຍ. ທ່ານຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີຄວາມສາມັກຄີ, ຮ່ວມມືກັນເພື່ອຮັບມືກັບບັນດາສິ່ງທ້າທາຍລວມ ແລະ ປົກປັກຮັກສາບັນດາຄຸນຄ່າລວມຂອງມວນມະນຸດ.





