ວັນ​ທີ 20 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ​ການຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515) ແຂວງ​ຢາ​ລາຍ ໄດ້ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ກຳ​ປູ​ເຈຍ ລະ​ດູ​ແລ້ງ 2025 – 2026 ແລະ ສະຫຼຸບ​ເບື້ອງ​ຕົ້ນ​ການ​ປະ​ຕິ​ບັດ​ງານ 6 ເດືອນ​ຕົ້ນ​ປີ 2026. ໃນ​ລະ​ດູ​ແລ້ງ 2025 – 2026, ​ກອງ K52 ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ຢາ​ລາຍ​ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງທາງດ້ານ​ພູ​ສັນ​ຖານ, ດິນ​ຟ້າ​ອາ​ກາດ​ທີ່ປັ່ນປ່ວນຮ້າຍ​ແຮງ​ ຢູ່​ສາມ​ແຂວງ Ratanakiri, Stung Treng ແລະ Preah ​ຂອງ​ກຳ​ປູ​ເຈຍ ເພື່ອ​ສຳຫຼວດກວດ​ຄືນ 139 ຕາ​ແສງ ແລະ ທ້ອນ​ໂຮມ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 18 ອັດ​ຖິ. ທ່ານ​ນາງ ຫງວຽ​ນ​ທິ​ແທັງ​ລິກ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ 515 ແຂວງ ຢາ​ລາຍ ຢັ້ງ​ຢືນ​ວ່າ:

ນີ້​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທາງການ​ເມືອງ. ພວກ​ເຮົາ​ບໍ່​ກັງ​ວົນ​ຕໍ່​ຄວາມ​ຫຍຸ້ງ​ຍາກ, ລຳ​ບາກ​, ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ດ້ວຍ​ທຸກ​ຮູບ​ແບບ, ທຸກວິ​ທີ​ການທີ່​ດີ​ທີ່​ສຸດ, ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ​ ເພື່ອ​ນຳ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ກັບ​ເມື່ອ​ປົ່ງຢູ່ສຸ​ສານຢ່າງ​ສົມ​ກຽດ​. ພ້ອມ​ກັນ​ນັ້ນ ຕ້ອງ​​ຢັ້ງ​ຢື​ນ​ໄດ້​ຊື່ ແລະ ນາມ​ສະ​ກຸນ​ໂດຍ​ໄວ​ ເພື່ອ​ບັນ​ດາ​ນັກ​ຮົບໄດ້​ກັບ​ເມືອ​ຫາຄອບ​ຄົວ.

ຢູ່​ຕວຽນ​ກວາງ, ແຕ່​ວັນ​ທີ 22 – 26 ກໍ​ລະ​ກົດ, ຕຳຫຼວດ​ແຂວງ​ໄດ້​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ຜັນ​ຂະ​ຫຍາຍ 3 ປ້ອມ ແລະ ຈັດ​ຕັ້ງ 18 ຈຸດ​ເພື່ອ​ຮັບ​ເອົາ​ຕົວ​ຢ່າງ ADN ຂອງພໍ່​ແມ່​ພີ່​ນ້ອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ກ່​ວາ 3.900 ຄົນທີ່ຍັງ​ບໍ່​ທັນ​ຢັ້ງ​ຢືນໄດ້​ຊື່ ​ແລະ ນາມ​ສະ​ກຸນ​ໃນ​ບໍ​ລິ​ເວນ​ແຂວງ. ຕາມ​ການ​ສະ​ຖິ​ຕິ​ແລ້ວ, ທົ່ວ​ແຂວງ ຕວຽນ​ກວາງ ​ມີ​ສຸສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 24 ແຫ່ງ ໂດຍມີ​ຂຸມ​ຝັງ​ສົບ​ 4.265 ຂຸມ, ໃນ​ນັ້ນ​ມີ 162 ຂຸມຕ້ອງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຊື່​ ແລະ ນາມ​ສະ​ກຸນ​ດ້ວຍ​ວິ​ທີ​ການກວດ ADN. ມາ​ຮອດ​ປັດ​ຈຸ​ບັນ, ການ​ເກັບເອົາ​ຕົວ​ຢ່າງ ໄດ້​ປະ​ຕິ​ບັດ​ຢູ່ 10 ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.