​​ວັນ​ທີ 20 ກໍ​ລະ​ກົດ, ​ທ່ານ Masoud Pezeshkian ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໄດ້​ຖະ​ແຫຼງວ່າ ອີ​ຣານ ພວມຢູ່​ໃນ​ສະ​ພາບ​ການ “ສົງ​ຄາມເຕັມ​ຮູບ​ແບບ”​ ກັບ ອາ​ເມ​ລິ​ກາ, ເມື່ອ​ການ​ສູ້​ຢັນ​ກັນ​ດ້ານ​ການ​ທະ​ຫານ​ຄັ້ງຫຼ້າ​ສຸດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ 9. ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Masoud Pezeshkian ຖື​ວ່າ ອີ​ຣານ ຕ້ອງເບິ່ງເຂົ້າ​ບັນ​ຫາຄວາມເປັນ​ຈິງ ແລະ ຍອມ​ຮັບ​ວ່າ​ບັນ​ດາ​ຜົນ​ເສຍຫາຍທີ່ຕາມມາ​ຈາກ​ສົງ​ຄາມ​ແມ່ນ​ບໍ່​ສາ​ມາດຫຼີກ​ລ້ຽງ​ໄດ້. ຕາມ​ນັ້ນ​ແລ້ວ, ສິ່ງ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ ​ອີ​ຣານ ໃນ​ໄລ​ຍະ​ປັດ​ຈຸ​ບັນ​ແມ່ນ​ສຸມ​ໃສ່​ຮັກ​ສາ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ແລະ ຮັບ​ປະ​ກັນ​ການ​ຫາ​ເງິນ​ລ້ຽງ​ຊີບ​ຂອງ​ປະ​ຊາ​ຊົນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເວ​ລາ ອາ​ເມ​ລິ​ກາ - ອີ​ຣານ ບັນ​ລຸ​ໄດ້​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ວັນ​ທີ 8 ເມ​ສາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໄດ້ຢັ້ງ​ຢືນ​ປະ​ເທດ​ນີ້ ​ກັບ​ຄືນ​ສະ​ພາບ​ການ​ສົງ​ຄາມ​ເຕັມ​ຮູບ​ແບບກັບ ອາ​ເມ​ລິ​ກາ. ຄຳ​ຖະ​ແຫຼງ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ຕົວ​ຈິງ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ທີ່ ອີ​ຣານ ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທະ​ກັນ​ທີ່ແກ່​ຍາວ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຂອບ​ຂະ​ໜາດ ແລະ ລະ​ດັບ​ຢ່າງ​ຮ້າຍ​ແຮງ​ຂອງ​ການ​ສູ້​ຢັນ​ກັນ​ດ້ານ​ການ​ທະ​ຫານ​ທີ່​ແກ່​ຍາວ​ຢ່າງ​ລຽນ​ຕິດໃນ 9 ວັນ​ຜ່ານ​ມາ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ.