ສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສະສະຫຼະຊີວິດເພື່ອຊາດ (27/7/1947-27/7/2026), ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍໄດ້ຈັດການພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ອະດີດນັກຮົບ, ທະຫານເສຍອົງຄະດີເດັ່ນ, ສະມາຊິກປະສົບກັບຄວາມຫຍຸ້ງຍາກ. ເຂົ້າຮ່ວມພິທີມີບັນດາແມ່ຫວຽດນາມ ວິລະຊົນ ແລະ ອະດີດນັກຮົບ 130 ຄົນແມ່ນ ທະຫານເສຍອົງຄະນດີເດັ່ນ ຕາງໜ້າອະດີດນັກຮົບກວ່າ 25.000 ຄົນແມ່ນທະຫານເສຍອົງຄະຂອງນະຄອນ ຮ່າໂນ້ຍ ແລະ ອະດີດນັກຮົບທີ່ປະສົບກັບຄວາມຫຍຸ້ງຍາກ.
ນະຄອນຮ່າໂນ້ຍມີຈຳນວນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍທີ່ສຸດໃນທົ່ວປະເທດດ້ວຍກວ່າ 800.000 ຄົນ (ກວມເອົາເກືອບ 10%ໃນທົ່ວປະເທດ), ໃນນັ້ນມີແມ່ຫວຽດນາມວິລະຊົນ 6.723 ຄົນ, ທະຫານເສຍອົງຄະກວ່າ 60.000 ຄົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 80.000 ຄົນ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມກວ່າ 13.000 ຄົນ. ຮ່າໂນ້ຍຍາມໃດກໍ່ກຳນົດວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດແມ່ນໜ້າທີ່ການເມືອງຈຸດສຸມ, ປະຈຳ ແລະ ແມ່ນຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ ແລະ ລະບົບການເມືອງ. ການສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ພ້ອມກັບບັນດາການເຄື່ອນໄຫວບູລະນະປະຕິສັງຂອນ ບັນດາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ການນຳນະຄອນທຸກຂັ້ນໄດ້ໄປຢ້ຽມຢາມ ແລະ ມອບຂອງວັນ114.500 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຟອງ ຮອງເລຂາຄະນະພັກນະຄອນ ເນັ້ນໜັກວ່າ:
ຂ້າພະເຈົ້າສະເໜີບັນດາຂະແໜງການທີ່ກ່ຽວຂ້ອງເປັນເສນາທິການ ແລະ ສະເໜີກັບນະຄອນບັນດາກົນໄກນະໂຍບາຍສະເພາະຂອງນະຄອນ ດ້ວຍບັນດາເງື່ອນໄຂ, ມາດຖານອາດຈະສູງກວ່າ. ພວກຂ້າພະເຈົ້າກໍ່ສະເໜີຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ສຳຫຼວດກວດຄືນທຸກກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງຄອບຄົວຜູ້ມີຄຸນງາມຄວາມດີ, ທະຫານເສຍອົງຄະ, ເພື່ອໃຫ້ພວກເຮົາມີລະບົບກົນໄກນະໂຍບາຍເຊິ່ງຕາມກົດໝາຍວ່າດ້ວຍນະຄອນຫຼວງ, ຮ່າໂນ້ຍມີສິດອຳນາດປະກາດໃຊ້ບັນດາກົນໄກນະໂຍບາຍພິເສດ.





