ໃນການຖະແຫຼງຂ່າວທີ່ໄດ້ດຳເນີນໃນຕອນບ່າຍວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ງານບຸນປີນີ້ ບໍ່ພຽງແຕ່ມຸ່ງໄປເຖິງການເຊີດຊູຂະແໜງສິນຄ້າຖົ່ວລຽນເທົ່ານັ້ນ ຫາກຍັງໂຄສະນາພາບພົດຂອງເຂດດິນແດນ ແລະ ຊາວ ດັກລັກ ໄປເຖິງເພື່ອນມິດຢູ່ພາຍໃນປະເທດ ແລະ ສາກົນອີກດ້ວຍ. ທ່ານ ດ່າວໝີ, ຮອງປະທານ ຄະນະກຳມະການປະຊາຊົນແຂວງ ດັກລັກ, ເນັ້ນໜັກວ່າ:
“ນີ້ແມ່ນເຫດການວັດທະນະທຳ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່; ພ້ອມທັງແມ່ນເວທີເພື່ອເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທ້ອງຖິ່ນ, ຜູ້ຜະລິດ, ວິສາຫະກິດ, ບໍລິສັດຈຳໜ່າຍ, ນັກລົງທຶນ ແລະ ບັນດາຄູ່ຮ່ວມມືຢູ່ພາຍໃນປະເທດ ແລະ ສາກົນອີກດ້ວຍ; ປະກອບສ່ວນຍົກສູງມູນຄ່າຂະແໜງສິນຄ້າຖົ່ວລຽນ, ເປີດກວ້າງຕະຫຼາດບໍລິໂພກ, ຊຸກຍູ້ການສົ່ງອອກ ແລະ ໂຄສະນາກ່ຽວກັບສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດຂອງແຂວງ ດັກລັກ”.
ດ້ວຍ 17 ກິດຈະກຳທີ່ພົ້ນເດັ່ນ, ແຂວງ ດັກລັກ ຕັ້ງຄວາມຫວັງວ່າ ງານບຸນດັ່ງກ່າວຈະດຶງດູດແຂກທ່ອງທ່ຽວປະມານກວ່າ 200.000 ເທື່ອຄົນ, ກາຍເປັນເຫດການທ່ອງທ່ຽວ, ອາຫານການກິນ ແລະ ສົ່ງເສີມການຄ້າທີ່ເປັນເອກະລັກຂອງທ້ອງຖິ່ນ.





