VOV WorldVOV World
ຂັບແທນຂອງຫວຽດນາມໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ
13/12/2019 11:02
(VOVWORLD) -ກອງປະຊຸມ ຄະນະກຳມະການລະຫວ່າງລັດຖະບານ ຈັດຂຶ້ນໃນວັນທີ 12 ທັນວາ ຢູ່ Bogota ປະເທດ ໂກລົມບີ,
ຂັບແທນຂອງຫວຽດນາມໄດ້ຮັບການເຊີດຊູເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ
ຂັບແທນ ຂອງຊາວເຜົ່າໄຕ, ນຸ່ງ, ຜູ້ໄທຂອງຫວຽດນາມໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຂອງມວນມະນຸດ. ຂັບແທນ ແມ່ນການສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງບັນດາເຜົ່າ, ຊ່ວຍຍົກສູງຄວາມຮັບຮູ້ ກ່ຽວກັບຄວາມສຳຄັນຂອງມໍລະດົກບັນດາຊົນເຜົ່າ ບໍ່ພຽງແຕ່ ຢູ່ຫວຽດນາມເທົ່ານັ້ນ ຫາກຍັງຢູ່ຫລາຍປະເທດໃນໂລກອີກດ້ວຍ. ເລື່ອງເຊີດຊູ ການຂັບແທນຂອງຊາວເຜົ່າໄຕ,ນຸ່ງ, ຜູ້ໄທ ຢູ່ ຫວຽດນາມ ຍິ່ງສະແດງໃຫ້ເຫັນການປະກອບສ່ວນຂອງມໍລະດົກໃນການຮັກສາສີສັນຊົນເຜົ່າ ແລະ ປັບປຸງຄວາມສາມັກຄີລະຫວ່າງບັນດາເຜົ່າແຕກຕ່າງກັນ ດຶງດູດຄວາມສົນໃຈເຖິງບັນດາມໍລະດົກອື່ນໃນທົ່ວໂລກ.
TAG
VOV/VOVworld/ມໍ​ລະ​ດົກ​