VOV WorldVOV World
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຊຸດ​ທີ 13 ສືບຕໍ່ເຮັດວຽກ
05/06/2013 09:14
ບັນດາ​ສະມາຊິກ​ສະພາ​ແຫ່​ງຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​​ລາຍການສ້າງ​ກົດໝາຍລັດຖະບັນ​ຍັດ​ປີ 2014
(vovworld) - ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ໄດ້​ນຳ​ມາ​ປຶກສາ​ຫາລື​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ບ່າຍ​ວັນ​ທີ 5/6, ​ໃນ​ຂອບ​ເຂດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຊຸດ​ທີ 13.         ​ທີ່​ການ​ປຶກສາ​ຫາລື, ມີບາງ​ຄຳ​ເຫັນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຮ່າງ​ກົດໝາຍ​ສະບັບປັບປຸງ, ​ເພີ່ມ​ເຕີມ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ຖື​ວ່າ ​ໃນ​ສະພາບ​ການທີ່​ບັນດາ​ວິ​ສາ​ຫະກິດ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາ​ກຫລາຍ​ຢ່າງ ​ແລະ ບາງ​ມາດ​ຕະການ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ຕ້ອງ​ມີ​ເວລາ​ຕື່ມ​ອີກ​ເພື່ອ​ປະຕິບັດນັ້ນ, ​ເລື່ອງ​ພິຈາລະນາ​ປັບປຸງ​ມາດຕາ 170 ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ແມ່ນ​ຈຳ​ເປັນ.  ວຽກ​ງານ​ນີ້ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່ມີ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ສືບຕໍ່ຮັກສາ​ການ​ເຄື່ອນ​ໄຫວ, ສ້າງ​ພື້ນຖານ​ນິຕິ​ກຳ​ເພື່ອ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທີ່ມີ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ ທີ່​ຍັງ​ບໍ່​ທັນ​ຈົດ​ທະບຽນ​ຄືນ​ໃໝ່​, ປະຕິບັດ​ໂຄງການ​ລົງທຶນ​ໃໝ່ ​ແລະ ​ເປີດ​ກ້ວາງ​ການລົງທຶນ​ຢູ່ ຫວຽດນາມ. ທ່ານ ຫງວຽນ​ກົງ​ຮົ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ດົ່ງ​ນາຍ ສະ​ເໜີ​ວ່າ:
TAG
ລັດຖະບັນຍັດ