ລາຍການສະແດງສິລະປະພິເສດຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
24/01/2026 09:07
(VOVWORLD) - ລາຍການສະແດງສິລະປະພິເສດ “ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ” ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກ (03/02/1930 - 03/02/2026) ຖືກຈັດຂຶ້ນຢ່າງສົມກຽດໃນຕອນຄ່ຳວັນທີ 23 ມັງກອນ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ, ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພ້ອມດ້ວຍຫຼາຍການນຳພັກ, ລັດໄດ້ເຂົ້າຮ່ວມລາຍການ.

ລາຍການສະແດງສິລະປະຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)
TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ/ພາຍໃຕ້ຄັນທຸງອັນສະຫງ່າງາມຂອງພັກ/ລາຍການສະແດງສິລະປະ
Related
More




