ລັດເຊຍເພີ່ມເຕີມບັນດາມາດຕະການລົງໂທດຕວກກີ
29/12/2015 10:18
vovworld)- ວັນທີ 28/12, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດ ເພີ່ມເຕີມບັນດາມາດຕະການລົງໂທດ

ປະທານາທິບໍດີ ລັດເຊຍ Vladimir Putin ພາບ:baomoi.com (vovworld)- ວັນທີ 28/12, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດ ເພີ່ມເຕີມບັນດາມາດຕະການລົງໂທດ ສຳລັບ ຕວກກີ. ຕາມນັ້ນແລ້ວ ຫ້າມ ບໍ່ພຽງແຕ່ບໍລິສັດຂອງ ຕວກກີ ເທົ່ານັ້ນ ຫາກບັນດາບໍລິສັດໂດຍພົນລະເມືອງ ຕວກກີ ຄຸ້ມຄອງ ດຳ ເນີນທຸລະກິດໃນເຂດດິນແດນ ລັດເຊຍ. ລັດຖະດຳລັດນີ້ ແມ່ນເພີ່ມເຕີມໃຫ້ລັດຖະດຳລັດລົງວັນທີ 28/11/2015 ຂອງປະທານາທິບໍດີ ລັດເຊຍ ກ່ຽວກັບບັນດາມາດຕະການເສດຖະກິດພິເສດ ເພື່ອລົງໂທດ ຕວກກີ. ຕາມລັດຖະດຳລັດລົງວັນທີ 28/11, ມົດສະກູ ຫ້າມ ຫລື ຈຳກັດບັນດາອົງການຂຶ້ນກັບສິດອຳນາດຂອງ ຕວກກີ ປະຕິບັດວຽກງານຈຳນວນຫນຶ່ງໃນເຂດດິນແດນ ສະຫະພັນລັດເຊຍ. ນອກນັ້ນ ລັດຖະດຳລັດ ກໍຈັດວາງບັນດາຄຳສັ່ງຫ້າມ ຫລື ຈຳກັດການນຳ ເຂົ້າລັດເຊຍ ປະເພດສິນຄ້າຈຳນວນຫນຶ່ງຈາກ ຕວກກີ ຕາມບັນຊີລາຍຊື່ ໂດຍລັດຖະບານ ລັດເຊຍ ກຳນົດ.
TAG
vovworld/ປະທານາທິບໍດີ/ລົງໂທດ
Related
More




