ລັດຖະບານຫວຽດນາມໄດ້ໂຮມກອງປະຊຸມສະໄໝສາມັນປະຈຳເດືອນ 3
26/03/2016 10:16
(vovworld)- ວັນທີ 26/3, ລັດຖະບານຫວຽດນາມໄດ້ໂຮມກອງປະຊຸມສະໄໝສາມັນປະຈຳເດືອນ 3

ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ (vovworld)- ວັນທີ 26/3, ລັດຖະບານຫວຽດນາມໄດ້ໂຮມກອງປະຊຸມສະໄໝສາມັນປະຈຳເດືອນ 3. ນີ້ແມ່ນກອງປະຊຸມລັດຖະບານຄັ້ງສຸດທ້າຍໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງເປັນປະທານ. ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ ແລະ ປຶກສາຫາລືສະພາບການຜັນຂະຫຍາຍປະຕິບັດບັນດາມະຕິຂອງລັດຖະບານ, ສະພາບການເສດຖະກິດ-ສັງຄົມໃນເດືອນ 3 ແລະ ໄຕມາດ 1 ຂອງປີ 2016…..ໃນຕອນເຊົ້າວັນດຽວກັນ, ລັດຖະບານໄດ້ຮັບຟັງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາຍງານສະພາບການເສດຖະກິດ-ສັງຄົມໃນເດືອນ 3 ແລະ ໄຕມາດ 1 ປີ 2016.
TAG
vovworld/vov/ລັດຖະບານ
Related





