ກຳ​ປັ່ນ​ຖືກ​ບຸກ​ໂຈມ​ຕີ​ຍ້ອນ​ອາ​ວຸດ​ທີ່​ບໍ່​ໄດ້​ກຳ​ນົດ ເມື່ອ​ພວມ​ເດີນ​ທາງ​ຈາກ​ເຂດ​ເປີ​ເຊຍ ອອກ​ຈາກ​ຊ່ອງ​ແຄ​ບ​ທະ​ເລ Hormuz. ການ​ບຸກ​ໂຈມ​ຕີ​ກໍ່​ເຫດ​ໄຟ​ໄໝ້​ເລັກໆ​ນ້ອຍໆ ແລະ ເຮັດ​ໃຫ້​ແຫຼ່ງ​ໄຟ​ຟ້າ​ໃນ​ກຳ​ປັ່ນ​ຖືກມອດ. ເຫດ​ການ​ກໍ່​ໄດ້​ຮັບ​ການ​ແກ້​ໄນ​ໃນ​ທັນ​ທີ, ບໍ່​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ, ແລະ ທາງ​ກຳ​ປັ່ນ​ກໍ່​ສືບ​ຕໍ່​ການ​ເດີນ​ທາງ​ຕໍ່​ໄປ. ນີ້​ແມ່ນ​ຄັ້ງ​ທີ 2 ໃນ​ສອງວັນ​ຢ່າງ​ລຽນ​ຕິດ, ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ໄດ້​ຮັບ​ການ​ລາຍ​ງານ​ຖືກ​ບຸກ​ໂຈມ​ຕີ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz. ກ່ອນ​ໜ້າ​ນັ້ນ, ວັນ​ທີ 1 ກັນ​ຍາ ສື່ມວນ​ຊົນ​ອີ​ຣານ ໄດ້​ຢັ້ງ​ຢືນ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂະ​ໜາດ​ໃຫຍ່​ຖືກ​ບຸກ​ໂຈມ​ຕີ​ເມື່ອ​ເດີນຜ່ານ​ເສັ້ນ​ທາງ ໂດຍເຕ​ເຮ​ຣານ ບໍ່​ອະ​ນຸ​ຍາດ​ເດີນ​ຜ່ານຢູ່​ຊ່ອງ​ແຄບທະ​ເລ Hormuz. ພາ​ຫະ​ນະ​ຖືກ​ໄຟ​ໄໝ້ ແລະ ບໍ່​ສາ​ມາດ​ເດີນ​ທາງ​ຕໍ່.