ທ່ານນາຍົກລັດຖະມົນຕີ Montenegro, Dusko Markovic (ພາບ: Vijesti)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຫຼັງກອງປະຊຸມກັບຫົວໜ່ວຍສະເພາະກິດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ທ່ານນາຍົກລັດຖະມົນຕີ Montenegro, Dusko Markovic ຢັ້ງຢືນວ່າ Montenegro ໄດ້ເອົາໄຊຊະນະໂລກລະບາດ ແລະ ກາຍເປັນປະເທດທຳອິດ ຢູ່ ເອີລົບ ສິ້ນສຸດໂລກລະບາດໂຄວິດ-19. Montenegro ຈະອະນຸຍາດໃຫ້ນັກທ່ອງທ່ຽວຈາກບັນດາປະເທດເຂົ້າເມືອງດ້ວຍເງື່ອນໄຂອັດຕາສ່ວນຜູ້ຕິດເຊື້ອພະຍາດຢູ່ປະເທດນັ້ນຕ້ອງບໍ່ຜ່ານ 25 ກໍລະນີ ໃນ 100.000ຄົນ, ໃນນັ້ນມີບັນດາປະເທດຄື ກຣົວຊີ, ອານບານີ, ສະໂລເວນີ, ເຢັຍລະມັນ ແລະ ກາເຣັກ.