ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄະນະລັດຖະບານໃນຕົ້ນປີໃໝ່ |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາທ້ອງຖິ່ນ, ກະຊວງ ຂະແໜງການ ໄດ້ປະຕິບັດວຽກງານຈັດຕັ້ງ, ເບິ່ງແຍງປະຊາຊົນໃນຍາມບຸນເຕັດເປັນຢ່າງດີ ເພື່ອໃຫ້ທຸກໆຄອບຄົວພ້ອມກັນຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຊີ້ນຳວ່າ :
“ ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການ ສຳນັກງານ ຫົວໜ່ວຍ ທ້ອງຖິ່ນ ກັບຄືນສູ່ເຮັດວຽກປົກກະຕິ, ບໍ່ຈັດຕັ້ງການອວຍພອນບຸນເຕັດ. ຄວນສຸມໃສ່ວຽກງານໂດຍທັນທີ. ກະຊວງສາທາລະນະສຸກ, ຫ້ອງວ່າການລັດຖະບານ, ທ້ອງຖິ່ນຕ່າງໆ ເປັນຕົ້ນແມ່ນບັນດາທ້ອງຖິ່ນຈຸດສຸມທີ່ເກີດໂລກລະບາດ ຕ້ອງຕິດຕາມສະພາບການໂລກລະບາດໂຄວິດ-19 ແລະ ສະພາບການເສດຖະກິດ-ສັງຄົມຂອງປະເທດຊາດ ເພື່ອເປັນເສນາທິການໃຫ້ແກ່ ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດ, ບັນດາກະຊວງ ກ່ຽວກັບບັນດາວິທີການແກ້ໄຂ ຮັບມືກັບໂລກລະບາດຢ່າງທັນການ ”








