ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ອິນ​ໂດ​ເນ​ເຊຍ ໄດ້​ປັບ​ປຸງ​ກົນ​ໄກ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ນ້ຳ​ມັນ​ເຊື້ອ​ໄຟ​ສຳ​ລັບ​ບັນ​ດາ​ຖ້ຽວ​ບິນ​ການ​ຄ້າ​ພາຍ​ໃນ​ປະ​ເທດ. ຕາມ​ນັ້ນ​ແລ້ວ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ ໄດ້​ອະ​ນຸ​ຍາດ​ຈັດ​ວາງ​ຄ່າ​ໃຊ້​ຈ່າຍ​ເພີ່ມ​ນ້ຳ​ມັນ​ເຊື້ອ​ໄຟ​ຂຶ້ນ​ເຖິງ 50% ຂອງຄ່າ​ປີ້​ຍົນ ສູງ​ສຸດ ໂດຍ​ລັດ​ຖະ​ບານ​ກຳນົດ, ອີງ​ຕາມ​ຊັ້ນການ​ບໍ​ລິ​ການ. ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມຂົນ​ສົ່ງ​ອິນ​ໂດ​ເນ​ເຊຍ ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​ວັນ​ທີ 13 ພຶດ​ສະ​ພາ, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ໄດ້​ອະ​ນຸ​ຍາດ​ໃຫ້​ເພີ່ມ​​ຄ່າ​ໃຊ້​ຈ່າຍ​ຂຶ້ນ 50%​ຂອງລະ​ດັບ​ຄ່າ​ປີ້​ຍົນ. ລະ​ດັບ​ຄ່າ​​ໃຊ້​ຈ່​າຍໄດ້​ກຳ​ນົດ​ໂດຍອີງ​ຕາມ​ຄ່າ​ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ສະ​ເລ່ຍ ໂດຍ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ຍົກ​ອອກ​ມາ.