ນະ​ຄອນ​ໂຮ່​ຈີ​ມິນ ພວມ​ກຳ​ນົດສ້າງ​ລະ​ບົບ​ນິ​ເວດ​ການ​ເງິນ​ສາ​ກົນຢ່າງ​ສົມ​ບູນ​ດ້ວຍ​ນິ​ຕິ​ກຳ​ສະ​ເພາະ, ກະແສທຶນຂ້າມຊາຍແດນ, ການ​ເງິນ​ທາງ​ທະ​ເລ, fintech ແລະ ຕະຫຼາດ​ທຶນ​ຂອບ​ຂະ​ໜາດ​ໃຫຍ່. ໃນ​ຍຸດ​ທະ​ສາດ​ນັ້ນ, ທາງ​ນະ​ຄອນ​ມີ​ຄວາມ​ມຸ່ງ​ຫວັງ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ. ນີ້ແມ່ນ​ການ​ແບ່ງ​ປັນ​ຂອງ​ ທ່ານ​ ຮສ.ປອ ຫງວຽນ​ຮຶວ​ຮ​ວນ, ຮອງ​ປະ​ທານ​ອົງ​ການ​ບໍ​ລິ​ຫານ​ສູນ​ການ​ເງິນ​ສາ​ກົນ ຢູ່ ນະ​ຄອນ​ໂຮ່​ຈີນ ທີ່​ເຫດ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສູນ​ການ​ເງິນ​ສາ​ກົນ ນະ​ຄອນ ໂຮ່​ຈີ​ມິນ - ໂອ​ກາດ​ໃດ​ໃຫ້​ແກ່​ວິ​ສາ​ຫ​ະ​ກິດ ທີ່​ໄ​ດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ພຶດ​ສະ​ພາ ຢູ່​ນະ​ຄອນ ໂຮ່​ຈີ​ມິນ.

ໜຶ່ງ​ໃນ​ບັນ​ດາ​ທິດ​ເດີນ​ໂດຍ​ນະ​ຄອນ​ກຳ​ນົດ​ແມ່ນ​ສ້າງ​ສູນ​ການ​ເງິນ​ທາງ​ທະ​ເລ ສາ​ກົນ ແລະ ວາ​ງ​ເປົ້າ​ໝາຍ​ດຶງ​ດູດ​ປະ​ມານ 30% ມູນ​ຄ່າ​ທຸລະກຳ​ກາ​ນ​ເງິນ​ທາງ​ທະ​ເລ​ກັບ​ເຂົ້າມາ ຫວຽດ​ນາມ ພາຍໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ປະ​ມານ 300 ຕື້ USD ຕໍ່​ປີ.

ຕາມ​ແຜນ​ການ,ສູນ​ກາ​ນ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນໂຮ່​ຈີ​ມິນ ມີ​ຂອ​ບ​ຂະ​ໜາດ​ເກືອບ 989 ເຮັກ​ຕາ. ຈຸດ​ພິ​ເສດ​ຂອ​ງ​ເຂດ​ນີ້​ຈະ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ນິ​ຕິ​ກຳ​ສະ​ເພາະ, ຄ້າຍ​ຄື​ກັນ​ກັບ​ຮູບ​ແບບ​ສູ​ນ​ການ​ເງິນ​ສາ​ກົນ ຢູ່ຫຼາ​ຍ​ປະ​ເທດ​ໃນ​ໂລກ.

​ໃນ​​ຍຸດ​ທະ​ສາດ​ໄລ​ຍະ​ຍາວ, ທາງ​ນະ​ຄອນ​ພວມ​ສົ່ງ​ເສີມ​ການ​ສ້າງຕະຫຼາດ​ທຸລະກຳຫຼັກ​ຊັບ​ສາ​ກົນ​ດ້ວຍ​ການ​ໜູນ​ຊ່ວຍ​ຈາກ Nasdaq ແລະ London Stock Exchange. ນະ​ຄອນໂຮ່​ຈີ​ມິ​ນ ​ວາງ​ເປົ້​າ​ໝາຍສ້າງ​ຕັ້ງ 50 ສູນ​ນະ​ວັດ​ຕະກຳ ແລະ ສ້າງ​ 100.000 ຫາ200.000 ວຽກ​ເຮັດ​ງານ​ທຳ​ທີ່​ມີ​ຄຸນ​ນະ​ພາບ​ສູງ ໃນ​ຂົງ​ເຂດ​ການ​ເງິນ - ເຕັກ​ໂນ​ໂລ​ຢີ​ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.