ໃນທ່າມກາງເກາະຫີນນັບພັນເກາະທີ່ໃຫຍ່ໂຕມະໂຫຖານ, ນ້ຳຂຽວສະອາດ ແລະ ລະບົບຊີວະນາໆພັນທີ່ອຸດົມສົມບູນນັ້ນ, ແຕ່ດົນນານມາແລ້ວອ່າວ ຮະລອງ (ແຂວງກວາງນິງ) ໄດ້ກາຍເປັນສະຖານທີ່ດຶງດູດແຂກທ່ອງທ່ຽວນັບລ້ານຄົນໃນແຕ່ລະປີ. ແຕ່ໄປພ້ອມກັບການພັດທະນາການທ່ອງທ່ຽວນັ້ນແມ່ນຄວາມກົດດັນບໍ່ແມ່ນໜ້ອຍຕໍ່ສິ່ງແວດລ້ອມ. ຂີ້ເຫຍື້ອໃນການດຳລົງຊີວິດ, ການເຄື່ອນໄຫວດ້ານການທ່ອງທ່ຽວ… ພວມວາງອອກຄວາມຮຽກຮ້ອງຢ່າງຮີບດ່ວນເພື່ອປົກປັກຮັກສາສິ່ງແວດລ້ອມຂອງມໍລະດົກ.
ສຳລັບປະຊາຊົນໝູ່ບ້ານຫາປາ ວູງວຽງ, ການດຳລົງຊີວິດຢູ່ເຂດອ່າວ ຮະລອງ, ສິ່ງແວດລ້ອມບໍ່ພຽງແຕ່ແມ່ນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນການຫາເງິນລ້ຽງຊີບ, ແມ່ນການດຳລົງຊີວິດທີ່ໄດ້ຕິດພັນຜ່ານຫຼາຍລຸ້ນຄົນອີກດ້ວຍ. ພິເສດແມ່ນໃນສະພາບທີ່ເຂດອ່າວ ຮະລອງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດແຂກທ່ອງທ່ຽວບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກນັບທັງແຂກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼາຍອີກດ້ວຍ.
ທ່ານ ວູວັນຮຸ່ງ, ຊາວບ້ານຫາປາ ວູງວຽງ, ອ່າວ ຮະລອງ, ແຂວງ ກວາງນິງ, ແບ່ງປັນວ່າ:
“ພວກຂ້າພະເຈົ້າພວມພ້ອມກັນຮັກສາ ແລະ ເສີມຂະຫຍາຍພື້ນຖານຂອງບ້ານປາຫາໃນເມື່ອກ່ອນ. ມາຮອດປະຈຸບັນ, ພວກຂ້າພະເຈົ້າຍັງດຳເນີນໃນແຕ່ລະວັນເພື່ອນຳມາເຊິ່ງຄວາມສະອາດ, ໃນນັ້ນ ນັບທັງຜູ້ພາຍເຮືອກໍ່ເຂົ້າຮ່ວມການເຮັດອະນາໄມ ແລະ ຍິນດີຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມ”.
ການປົກປັກຮັກສາສິ່ງແວດລ້ອມຢູ່ອ່າວ ຮະລອງ ບໍ່ພຽງແຕ່ແມ່ນເພື່ອປົກປັກຮັກສາທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນການປົກປັກຮັກສາໃຫ້ລະບົບນິເວດທະເລ, ປົກປ້ອງແຫຼ່ງສິນໃນນ້ຳ ແລະ ການພັດທະນາການທ່ອງທ່ຽງແບບຍືນຍົງອີກດ້ວຍ. ສຳລັບແຂກທ່ອງທ່ຽວ, ການກະທຳອັນນ້ອຍໆຄື ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ຈຳກັດການນຳໃຊ້ຖົງຢາງປຼາດຕິກນຳໃຊ້ເທື່ອດຽວ ຫຼື ປະຕິບັດຕາມຂໍ້ກຳນົດໃນການຢ້ຽມຢາມ... ພຽງເທື່ອໜຶ່ງເທົ່ານັ້ນ ກໍ່ເປັນການປະກອບສ່ວນຮັກສາສີຂຽວໃຫ້ແກ່ເຂດມໍລະດົກ.
ບໍ່ພຽງແຕ່ຊາວທ້ອງຖິ່ນເທົ່ານັ້ນ, ມີນັກສິລະປິນ, ນັກຖ່າຍຮູບຫຼາຍຄົນກໍ່ສະຫງວນຄວາມຮັກພິເສດຕໍ່ເຂດອ່າວ ຮະລອງ ເຊິ່ງແມ່ນແຫ່ງທີ່ໃນແຕ່ລະພາບຖ່າຍກໍ່ແມ່ນເລື່ອງລາວຂອງທຳມະຊາດ. ນັກຖ່າຍຮູບ ໂດ້ຢາງ, ຜູ້ທີ່ໄດ້ຕິດພັນເປັນເວລາກວ່າ 30 ປີ ແລະ ມີພາບຖ່າຍເປັນຈຳນວນຫຼາຍກ່ຽວກັບອ່າວ ຮະລອງ, ໃຫ້ຂໍ້ສັງເກດກ່ຽວກັບສິ່ງແວດລ້ອມຂອງເຂດ ອ່າວ ໃນປະຈຸບັນວ່າ:
“ສຳລັບຂ້າພະເຈົ້າແລ້ວ, ອ່າວ ຮະລອງ ແມ່ນສະອາດ, ສວຍງາມ. ຂ້າພະເຈົ້າມີຫຼາຍຊຸດພາບຖ່າຍກ່ຽວກັບປະກາລັງ. ປະກາລັງມີຊີວິດໃນແຫຼ່ງນຳທີ່ສະອາດ, ເຂດໄຫຼ່ທະວີບຕ້ອງສະອາດ, ສະນັ້ນ, ຂ້າພະເຈົ້າມີບັນດາຊຸດພາບຖ່າຍປະກາລັງທີ່ສວຍງາມທີ່ສຸດ. ປະຈຸບັນ, ການທ່ອງທ່ຽວນັບມື້ນັບພັດທະນາ, ແມ່ນສິ່ງທີ່ຈຳເປັນຂອງຄວາມຕ້ອງການທີ່ຕ້ອງພັດທະນາ, ບັນດາຝູງເຮືອ/ກຳປັ່ນເພີ່ມຂຶ້ນ, ແຂກທ່ອງທ່ຽວເພີ່ມຂຶ້ນ, ສິ່ງນີ້ພວມວາງອອກບັນຫາໃຫ້ແກ່ບັນດາອົງການຄຸ້ມຄອງວ່າ ຈະຕ້ອງເຮັດແນວໃດເພື່ອປົກປັກຮັກສາສິ່ງແວດລ້ອມສີຂຽວໄດ້”.
ເພື່ອປົກປັກຮັກສາສິ່ງແວດລ້ອມເຂດອ່າວ, ມີຫຼາຍມາດຕະການແກ້ໄຂຢ່າງຄົບຊຸດໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ, ຄື: ເພີ່ມທະວີການເກັບຂີ້ເຫຍື້ອ, ຄວບຄຸມການເຄື່ອນໄຫວຂອງເຮືອ/ກຳປັ່ນທ່ອງທ່ຽວ, ຍົກສູງສະຕິຈິດສຳນຶກຂອງປະຊາຄົມ ແລະ ນັກທ່ອງທ່ຽວ. ທ່ານ ວູກຽນເກື່ອງ, ຮອງຫົວໜ້າຄະນະຄຸ້ມຄອງມໍລະດົກໂລກອ່າວ ຮະລອງ - ອຽນຕື, ແຂວງ ກວາງນິງ, ເນັ້ນໜັກວ່າ:
“ການປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດແມ່ນຄວາມຮຽກຮ້ອງເປັນແກ່ນສານໃນວຽກງານຄຸ້ມຄອງມໍລະດົກໂລກອ່າວ ຮະລອງ. ນີ້ແມ່ນເງື່ອນໄຂສຳຄັນເພື່ອປົກປ້ອງລັກສະນະເໝືອນເດີມຂອງມໍລະດົກຕາມມາດຕະຖານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງສະຫະປະຊາຊາດ (UNESCO). ປະຈຸບັນ, ແຂວງ ກວາງນິງ ແລະ ຄະນະຄຸ້ມຄອງມໍລະດົກໂລກອ່າວ ຮະລອງ - ອຽນຕື ພວມຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຄື: ຄວບຄຸມການເຄື່ອນໄຫວຂອງເຮືອ/ກຳປັ່ນທ່ອງທ່ຽວຕາມມາດຖານສິ່ງແວດລ້ອມ, ເພີ່ມທະວີການເກັບຂີ້ເຫຍື້ອຢູ່ເຂດອ່າວ. ພ້ອມກັນນັ້ນ, ກໍ່ປະຕິບັດບັນດາໂຄງການຫຼຸດຜ່ອນຂີ້ເຫຍື້ອຢາງປາດສະຕິກ. ຍົກສູງສະຕິປົກປັກຮັກສາສິ່ງແວດລ້ອມມໍລະດົກຂອງວິສາຫະກິດ, ປະຊາຊົນ ແລະ ແຂກທ່ອງທ່ຽວ”.
ມໍລະດົກຈະຍືນຍົງຄົງຕົວໄດ້ຢ່າງແທ້ຈິງ ກໍ່ຕໍ່ເມື່ອໄດ້ຮັບການປົກປັກຮັກສາດ້ວຍໜ້າທີ່ຄວາມຮັບຜິດຊອບລວມ. ແລະເພື່ອໃຫ້ເຂດອ່າວ ຮະລອງ ມີສີຂຽວ, ສວຍງາມຕະຫຼອດໄປນັ້ນ, ຕ້ອງມີການຮ່ວມແຮງຮ່ວມໃຈຂອງທັງປະຊາຄົມ. ຍ້ອນການຮັກສາສີຂຽວໃຫ້ແກ່ມໍລະດົກ ກໍແມ່ນການຮັກສາໃຫ້ແກ່ອະນາຄົດ.








